ແຫ່ຂະບວນຄັດຄ້ານລັດຖະບານໃນວັນສະຖາປະນາອາເມລິກາ

ແຫ່ຂະບວນຄັດຄ້ານລັດຖະບານໃນວັນສະຖາປະນາອາເມລິກາ - ảnh 1
ແຫ່​ຂະ​ບວນຄັດຄ້ານ​ບັນດາໂຄງການ​ຕິດຕາມ​ກວດກາ
ຂອງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດອາ​ເມ​ລິ​ກາ
(ພາບ: vietnamplus.vn)

(vovworld) - ປະຊາຊົນ​ນັບ​ພັນ​ຄົນ ຢູ່​ຫຼາຍ​ນະຄອນ​ຂອງ​ອາ​ເມ​ລິ​ກາ ​ໄດ້​ລົງ​ຖະໜົນ​ແຫ່​ຂະ​ບວນຄັດຄ້ານ​ບັນດາໂຄງການ​ຕິດຕາມ​ກວດກາຂອງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ​​ໃນ​ວັນ​ສະຖາປະນາ​ອາ​ເມ​ລິ​ກາ 04/07, ຂະ​ບວນການ “Restore the Fourth”, ​ເຊິ່ງ​ແມ່ນອົງການປຸກລະດົມ​ການ​ແຫ່​ຂະ​ບວນຕ່າງໆນີ້ ​ໃຫ້​ຮູ້​ວ່າ, ນີ້​ແມ່ນ​ເຫດການ​ເພື່ອ​ຍົກ​ສູງ​ສະຕິ​ຮັບ​ຮູ້​ຂອງ​ປະຊາຊົນ​ກຽວ​ກັບ​ສິດສ່ວນ​ຕົວ​ຖືກ​ລະ​ເມີດ ​ແລະ ຄັດຄ້ານ​ການ​ກະທຳຕິດ​ຕາມ​ກວດກາ​ຢ່າງ​ຜິດ​ກົດໝາຍ​ຂອງ​ລັດຖະບານ. ການ​ແຫ່​ຂະ​ບວນປະ​ທ້ວງ​ກໍ​ໄດ້​ດຳ​ເນີນ​ໄປ​ຢູ່​ຫຼາຍ​ນະຄອນ​ໃຫຍ່​ຄື; ຟີ​ລາ​ແດນ​ຟີ​ອາ, ບອດ​ຕອນ, ນິວຢອກ, ຈີ​ກາ​ໂກ ​ແລະ ສານຟຣານສິດ​ໂກ. ທີ່​ສະໜາມ​ຫຼວງ​ໃກ້​ກັບ​ທຳນຽບຂາວ ທີ່​ນະຄອນຫຼວງ ວໍ​ຊິງ​ເຕັນ, ມີ​ປະຊາຊົນ​ປະມານ 200 – 300 ຄົນ ກໍ່​ເຕົ້າ​ໂຮມ​ກັນ ຍົກ​ປ້າຍຄຳ​ຂວັນ​ຮຽກຮ້ອງ​ໃຫ້ລັດຖະບານ​ເຄົາລົບ​ສິດ​ສ່ວນ​ຕົວ. ຕໍ່ໜ້າ​ການ​ກະທຳ​ດັ່ງກ່າວ, ຄວາມ​ປອດ​ໄພ​ກໍ່​ໄດ​້ຮັບ​ການ​ເພີ່ມ​ທະວີ​ຢູ່​ບັນດາ​ສະຖານ​ທີ​ສາທາລະນະ​ທີ່ເຕົ້າ​ໂຮມ​ຫຼາຍ​ຄົນ​ຢູ່​ບັນດາ​ນະຄອນ​ຄື; ນິວຢອກ, ບອດ​ຕອນ... ​ເພື່ອ​ຮັບ​ມື​ກັບ​ການ​ກໍ່​ການ​ຮ້າຍ​ໃນ​ວັນ​ສະຖາປະນາ.








ຂ່າວ/ບົດ​ອື່ນ