ແຫຼ່ງຂ່າວກ່ຽວກັບ ເຫດການເຮືອດຳນ້ຳ INS Sindhurakshak

ແຫຼ່ງຂ່າວກ່ຽວກັບ ເຫດການເຮືອດຳນ້ຳ INS Sindhurakshak - ảnh 1
ເຮືອດຳ​ນ້ຳ INS Sindhurakshak ຂອງອິນເດຍ
(ພາບ:dantri.com.vn)

(vovworld) – ​ຊ່ອງ​ໂທລະພາບ TV Times Now ຂອງ​ອີນ​ເດຍ, ວັນ​ທີ 14/8, ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ບັນດາ​ນັກ​ຊ່ຽວຊານ​ປະ​ເທດ​ນີ້​ໂດຍ​ຖື​ວ່າ: ສາຍ​ເຫດ​ພາ​ໃຫ້​ເກີດ​ເຫດ​ລະ​ເບີດ​ໃນ​​ເຮືອດຳ​ນ້ຳ INS Sindhurakshak ​ໃນ​ຄຳ່​ຄືນ​ວັນ​ທີ 13/8 ອາດ​ຈະ​ແມ່ນ​ເຫດດ້ານ​ເຕັກນິກ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ປະຈຸ​ບັນ ຄະນະ​ກຳມະການ​ຂັ້ນ​ສູງ​ສືບສວນ​ເຫດການ​ນີ້ຍັງ​ບໍ່​ທັນ​ມີ​ຂໍ້​ສະຫລຸບ​​ທາງ​ການ​ເທື່ອ ພ້ອມ​ທັງ​​ຖື​ວ່າ​ບາງ​ເທື່ອ​ນີ້​ແມ່ນ​​ເຫດ​ມ້າງ​ທຳ​ລາຍ​ໃນ​ສະພາບ​ການ ອິນ​ເດຍ ພວມ​ກະກຽມ​ສະ​ເຫລີ​ມສະຫລອງ​ສະຖາປະນາ​ປະ​ເທດ.

    ​ເຮືອ​ດຳ​ນ້ຳ INS Sindhurakshak ຖືກ​ຈົມ​ນ້ຳ​ພາຍຫຼັງ​ລະ​ເບີດ​ເກີດ​ໄຟ​ໄໝ​ເທິງ​ເຮືອ​ຢູ່​​ໂຮມ​ສ້ອມ​​ແປງ ​ແລະ ຕໍ່​ກຳ​ປັ່ນ​ທີ່ Mumbai. ຫຼັງ​ຈາກ​ນັ້ນ​ຍັງ​​ເກີດ​ເຫດ​ລະ​ເບີດ​ຢ່າງ​ລຽນຕິດຢູ່​ເທິງ​ເຮືອ​, ອັນ​ໄດ້​ທຳລາຍກ້ຽງ​ເຮືອ​ດຳ​ນ້ຳ INS Sindhurakshak. ​ເຫດການ​ດັ່ງກ່າວ​ເຮັດ​​ໃຫ້ 18 ຄົນ​ເສຍ​ຊີວິດ​ໃນ​ນັ້ນ​ມີ ລູກ​ເຮືອ 15 ຄົນ ​ແລະ ນາຍ​ທະຫານ 3 ຄົນ.

ຂ່າວ/ບົດ​ອື່ນ