ແອດສປາຍ ສະໜັບ ສະໜູນຫວຽດນາມ ໃນການພັດທະນາ ການພົວພັນກັບ EU
(ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ
ຕ້ອນຮັບລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືລາຊະອານາຈັກແອດສປາຍ)
(vovworld) - ວັນທີ 26/03, ໃນການຢ້ຽມຢາມຫວຽດນາມ, ທ່ານລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືລາຊະອານາຈັກແອດສປາຍ Josse Manuel Garcia Margallo ໄດ້ມີການພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ. ທີ່ການເຈລະຈາ, 2 ຝ່າຍໄດ້ເປັນເອກະສັນນຳກັນເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຄື ທາບທາມດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ, ຄະນະກຳມະການປະສົມກ່ຽວກັບການຮ່ວມມືພັດທະນາຫວຽດນາມ - ແອດສປາຍ; ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກໃຫ້ປະຊາຄົມວິສາຫະກິດ 2 ປະເທດເຊື່ອມຕໍ່ຄູ່ຮ່ວມມືໃນບາງຂົງເຂດຄື ກໍ່ສ້າງພື້ນຖານໂຄງລ່າງ, ພະລັງງານ, ສິ່ງແວດລ້ອມ, ການທ່ອງທ່ຽວ.
2 ຝ່າຍໄດ້ເຫັນດີຈະສືບຕໍ່ຮ່ວມມືກັນທີ່ບັນດາເວທີປາໄສສາກົນ ແລະ ພາກພື້ນຢ່າງແໜ້ນແຟ້ນ, ໂດຍສະເພາະແມ່ນໃນຂອບເຂດສະຫະປະຊາຊາດ, ອາຊຽນ - ອີຢູ, ອາແຊມ. ຫວຽດນາມ ຢືນຢັນການສະໜັບສະໜູນແອດສປາຍ ເພີ່ມທະວີການພົວພັນກັບອາຊຽນ. ທ່ານລັດຖະມົນຕີ Josse Manuel Garcia Margallo ຢືນຢັນວ່າ ແອດສປາຍ ສະໜັບສະໜູນຫວຽດນາມ ໃນການພັດທະນາກັບອີຢູ, ໃນນັ້ນມີການຊຸກຍູ້ການເຊັ່ນສັນຍາຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານ (PCA) ສະໜັບສະໜູນເລື່ອງ EU ຮັບຮູ້ຫວຽດນາມ ມີກົນໄກເສດຖະກິດການຕະຫຼາດຢ່າງຄົບຖ້ວນ ແລະ ສິ້ນສຸດການເຈລະຈາສັນຍາການຄ້າເສລີ (FTA) ລະຫວ່າງ ຫວຽດນາມ - EU ໂດຍໄວ.