ແອດສະປາຍ: ອຳນາດການປົກຄອງເຂດ Catalonia ປະສົບກັບສິ່ງທ້າທາຍຕໍ່ໜ້າການລົງປະຊາມະຕິ

(VOVWORLD) - ວັນທີ 31 ກໍລະກົດ, ສານລັດຖະທຳມະນູນ ແອດສະປາຍ ໄດ້ຍອມຮັບຄຳຮຽກຮ້ອງຢ່າງຖືກຕ້ອງຕາມກົດໝາຍຂອງລັດຖະບານເພື່ອແນໃສ່ສະກັດກັ້ນເລື່ອງອຳນາດການປົກຄອງເຂດ Catalonia, ທາງພາກຕາເວັນອອກສ່ຽງເໜືອຂອງປະເທດນີ້, ດຳເນີນການກະກຽມວຽກງານລົງປະຊາມະຕິກ່ຽວກັບເອກະລາດ, ທີ່ເຄີຍຖືກອຳນາດການປົກຄອງສູນກາງຄັດຄ້ານຕະຫຼອດ

ແອດສະປາຍ: ອຳນາດການປົກຄອງເຂດ Catalonia ປະສົບກັບສິ່ງທ້າທາຍຕໍ່ໜ້າການລົງປະຊາມະຕິ - ảnh 1 ທ່ານ  Carles Puigdemont, ຜູ້ວ່າການລັດ Catalonia

(ພາບ: AFP/TTXVN)

ຕາມການເຫັນດີຂອງສານລັດຖະທຳມະນູນ, ທຸກໆວຽກງານກະກຽມໃຫ້ແກ່ລົງປະຊາມະຕິກ່ຽວກັບເອກະລາດ ຂອງອຳນາດການປົກຄອງເຂດ Catalonia ຖືກໂຈະໄວ້ຮອດເວລາໃດທີ່ສານຍົກອອກຄຳຕັດສິນສຸດທ້າຍ ແລະ ສິ່ງດັ່ງກ່າວຕ້ອງເສຍເວລາ 2 -3 ເດືອນ. ການກະທຳດັ່ງກ່າວຂອງສານລັດຖະທຳມະນູນ ແອດສະປາຍ ຍົກອອກມາໃນຂະນະທີ່ອາທິດກ່ອນ, ອຳນາດການປົກຄອງເຂດ Catalonia ໂດຍບັນດາພັກຝ່າຍສະໜັບສະໜູນການຂຶ້ນກຳອຳນາດຢ່າງ ເອກະລາດ, ໄດ້ຮັບຮອງເອົາບາງມາດຕະການອະນຸຍາດມີສິດອຳດນາດຕື່ມອີກເພື່ອຍູ້ໄວວຽກງານກະກຽມໃຫ້ການລົງປະຊາມະຕິກ່ຽວກັບເອກະລາດ, ຄາດວ່າຈະຈັດຕັ້ງໃນວັນທີ 1 ຕຸລາ ຈະມາເຖິງ. ປະຈຸບັນ, ອຳນາດການປົກຄອງຂອງເຂດ Catalonia ພວມຕ້ອງປະເຊີນໜ້າກັບຄວາມແບ່ງແຍກພາຍໃນ ກ່ຽວກັບການລົງປະຊາມະຕິກ່ຽວກັບເອກະລາດ, ໃນສະພາບການທີ່ລັດຖະບານ ແອດສະປາຍ ເພີ່ມທະວີຄວາມກົດດັນຕໍ່ບັນດາສະມາຊິກຂອງອຳນາດການປົກຄອງໃນພາກພື້ນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ