ໂກ໋ລວາ ຮັບໃບຢັ້ງຢືນ ປູຊະນີຍະສະຖານລະ ດັບຊາດ ພິເສດ

ໂກ໋ລວາ ຮັບໃບຢັ້ງຢືນ ປູຊະນີຍະສະຖານລະ ດັບຊາດ ພິເສດ - ảnh 1
ປູຊະນີ​ຍະສະ​ຖານປະຫວັດສາດ, ສະຖາປັດຕະຍາ​ກຳ ໂກ໋ລວາ
(ພາບ: kienviet.net)

(vovworld) - ຕອນ​ຄຳ່​ວັນ​ທີ 14/2, ສູນ​ອະນຸລັກ​ຮັກສາ​ມໍ​ລະ​ດົກ​ ທັງລອງ ​ໄດ້​ສົມທົບ​ກັບ​ຂະ​ແໜງ ວັດທະນະທຳ ​ແລະ ຄະນະ​ກຳມະການ​ປະຊາຊົນ​ເມືອງ ດົງ​ແອ​ງ - ຮ່າ​ໂນ້ຍ ຈັດ​ຕັ້ງ​ພິທີ​ຮັບ​ໃບຢັ້ງຢືນປູຊະນີ​ຍະສະ​ຖານ​ລະດັບ​ຊາດ ພິ​ເສດ ສຳລັບ ​ໂກ໋ລວາ ຊຶ່ງ​ແມ່ນປູຊະນີ​ຍະສະ​ຖານປະຫວັດສາດ, ສະຖາປັດຕະຍາ​ກຳ ທີ່​ເປັນ​ເອກະລັກ. ທ່ານ ຮ່ວາງ​ເກ​ຄຽມ, ຮອງ​ປະທານຄະນະ​ກຳມະການ​ປະຊາຊົນ​ເມືອງ ດົງ​​ແອ​ງ​ ​ໃຫ້​ຮູ້​ວ່າ:

“​ໂກ໋ລວາ ​ໄດ້​ມີ​ຄວາມ​ເປັນ​ກຽດ​ຢ່າງ​ສູງ ​ໄດ້​ຮັບ​ໃບຢັ້ງຢືນປູຊະນີ​ຍະສະ​ຖານ​ລະດັບ​ຊາດ ພິ​ເສດ. ຄວາມ​ຮັບ​ຜິດ​ຊອບ​ຂອງ​ເມືອງ ​ແລະ ປະຊາຊົນ ດົງ​ແອ​ງ ​ແມ່ນ​ໃຫຍ່​ຫຼວງ​ກ່ວາ​ຫຼາຍ. ​ໃນ​ເຂດ ​ໂກ​໋ລວາ ປະຈຸ​ບັນ ມີ​ຮ່ອງຮອຍ​ສະຖານ​ປະ​ຫວັດ​ສາດ 60 ​ແຫ່ງ, ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ພວກ​ຂ້າພະ​ເຈົ້າ​ຈະ​ມີ​ບັນດາ​ແຜນການ​ອະນຸລັກ​ຮັກສາ, ບູລະນະ​ປະຕິສັງຂອນ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງ​ເຂດ ​ໂກ໋ລວາ​ໃຫ້​ສົມ​​ເປັນປູຊະນີ​ຍະສະ​ຖານ​ລະດັບ​ຊາດ ພິ​ເສດ

ຂ່າວ/ບົດ​ອື່ນ