ໂຄງການຫຼຸດຜ່ອນຄວາມທຸກຍາກຄວນສຸມໃສ່ເຂດປະສົບຄວາມຫຍຸ້ງຍາກ

ໂຄງການຫຼຸດຜ່ອນຄວາມທຸກຍາກຄວນສຸມໃສ່ເຂດປະສົບຄວາມຫຍຸ້ງຍາກ - ảnh 1
(ພາບປະກອບ:ອິນເຕີແນັດ)

(vovworld) – ​ ຕາມ​ການ​ຊີ້​ນຳ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູວັນນີ​ງ, ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ​ໄລຍະ 2016-2020 ຄວນ​ສຸມ​ໃສ່ຫຼາຍ​ກ່ວາ​ເຂົ້າ​ໃນ​ເຂດທີ່ມີ​ອັດຕາ​ສ່ວນຄວາມ​ທຸກ​ຍາກ​ສູງ, ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ພິ​ເສດ ​ແລະ ​ເຂດ​ມີ​ຈຳປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ດຳລົງ​ຊີວິດ​ຢ່າງ​ຫຼວງ​ຫຼາຍ, ​ໃນ​ນັ້ນ​ມີ​ບັນດາ​ເມືອງ​ທີ່​ທຸກ​ຍາກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ມອບ​ໝາຍໃຫ້​ກະຊວງ​ແຮງ​ງານ-​ທະຫານ​ເສຍ​ອົງຄະ-​ສັງຄົມສົມທົບ​ກັບກະຊວງ​ແຜນການ ​ແລະ ລົງທຶນ, ກະຊວງ​ການ​ເງິນ​ສ້າງ​​ວິທີການ ກ່ຽວ​ກັບ​ຍອດ​ແຫຼ່ງທຶນ​ໃຫ້​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ​ໄລຍະ 2016-2020. ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູວັນນີ​ງ ຮຽກ​ຮ້ອງ​​ໃຫ້ສ້າງ​ໂຄງ​ປະກອບ​ແຫຼ່ງທຶນຄືນ​ໃໝ່ຕາມ​ທິດ​ລົງທຶນ​ຕາມ​ການ​ໃຫ້​ບຸລິມະ​ສິດ​ເປັນ​ລຳດັບ ​ ​ໂດຍ​ອີງ​ໃສ່​ແຫຼ່ງກຳລັງ; ສຸນ​ໃສ່​ລົງທຶນ​ໃຫ້​ບັນດາ​ທ້ອງ​ຖິ່ນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຂາດ​ແຫຼ່ງກຳລັງ, ບັນດາ​ທ້ອງ​ຖິ່ນ​ມີ​ເງື່ອນ​ໄຂ​ຕ້ອງ​ໃຊ້​ທຶນ​ຕົນ​ເອງ ຫຼື​ ​ຮັບ​ການ​ໜູນ​ຊ່ວຍ​ສ່ວນໜຶ່ງຈາກ​ສູນ​ກາງ; ​ເພີ່ມ​ແຫຼ່ງກຳລັງ​ຕື່ມ​ອີກ​ໃຫ້ການ​ໜູນ​ຊ່ວຍ​ຜະລິດ, ​ເພີ່ມ​ລາຍ​ຮັບ, ຫຼຸດຜ່ອນ​ຄວາມທຸກ​ຍາກ ​ໂດຍ​ອີງ​ໃສ່​​ໃນ​ປະຊາ​ຄົມ ​ແລະ ທະວີຄູນ​ຮູບ​ແບບ​ຫຼຸດຜ່ອນ​ຄວາມ​ທຸກ​ຍາກ.

ຂ່າວ/ບົດ​ອື່ນ