ໂຄສົກກະຊວງການຕ່າງປະເທດຫວຽດນາມອອກຖະແຫຼງການກ່ຽວກັບປະທານາທິບໍດີໄດ້ຮັບໄຊຊະນະຂອງອາເມລິກາ
(ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ)
(vovworld) - ວັນທີ 10/11, ເມື່ອຕອບຄຳຖາມຂອງນັກຂ່າວໃຫ້ຮູ້ກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງທ່ານ Donald Trump ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີອາເມລິກາ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ ໃຫ້ຮູ້ວ່າ: ເນື່ອງໃນໂອກາດທ່ານ Donald Trump ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີອາເມລິກາ, ວັນທີ 09/11/2016, ທ່ານປະທານປະເທດ ເຈີນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງໂທລະເລກຊົມເຊີຍ. ໃນໂທລະເລກມີຕອນຂຽນວ່າ “ຍາມໃດຫວຽດນາມ ກໍຖືເປັນສຳຄັນການພົວພັນມິດຕະພາບ, ການຮ່ວມມືກັບອາເມລິກາ ແລະ ປາດຖະໜາວ່າ 2 ປະເທດຈະສືບຕໍ່ຊຸກຍູ້, ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານຢ່າງເລິກເຊິ່ງກວ່າ ຕາມທິດແທດຈິງ, ໝັ້ນຄົງ, ຍາວນານ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ ແລະ ການສຶກສາ - ບຳລຸງສ້າງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ກໍຄືເພີ່ມທະວີການຮ່ວມມືກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ”.