ໂຄສະນາ, ສົ່ງເສີມການທ່ອງທ່ຽວແຂວງນິງບິງ
(VOVWORLD) -ວັນທີ 13 ກໍລະກົດ, ຢູ່ນະຄອນ ລ່າວກາຍ, ພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວແຂວງ ນິງບິ່ງ ໄດ້ສົມທົບກັບ ພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຂວງ ລ່າວກາຍ ຈັດຕັ້ງກອງປະຊຸມສົ່ງເສີມ, ເຊື່ອມຕໍ່ການທ່ອງທ່ຽວລະຫວ່າງສອງທ້ອງຖິ່ນ.
ກອງປະຊຸມສົ່ງເສີມ, ເຊື່ອມຕໍ່ການທ່ອງທ່ຽວລະຫວ່າງແຂວງ ນິງບິ່ງ ແລະ ລ່າວກາຍ (ພາບ: baolaocai.vn) |
ຜູ້ຕາງໜ້າຂອງສອງແຂວງ ນິງບິ່ງ ແລະ ລ່າວກາຍ ໄດ້ແນະນໍາກ່ຽວກັບບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກຂອງແຕ່ລະທ້ອງຖິ່ນ.
ກໍທີ່ກອງປະຊຸມ, ບັນດາວິສາຫະກິດທ່ອງທ່ຽວ ທີ່ມາຈາກແຂວງຕ່າງໆ ໄດ້ສະເໜີຕໍ່ການນໍາສອງແຂວງດັ່ງກ່າວ ແລະ ຂະແໜງຄຸ້ມຄອງລັດ ກ່ຽວກັບການທ່ອງທ່ຽວ ເພື່ອຊອກຫາມາດຕະການພັດທະນາການທ່ອງທ່ຽວຂອງສອງແຂວງ ນິງບິ່ງ ແລະ ລ່າວກາຍ. ບັນດາວິສາຫະກິດ ມີຄວາມສົນໃຈເປັນພິເສດເຖິງຄວາມສາມາດບົ່ມຊ້ອນ, ກົນໄກນະໂຍບາຍບຸລິມະສິດ ເພື່ອດຶງດູດແຂກທ່ອງທ່ຽວ, ຟື້ນຟູຂະແໜງທ່ອງທ່ຽວ ພາຍຫຼັງໂລກລະບາດໂຄວິດ - 19.
ມາຮອດຈຸດເວລານີ້, ບັນດາສະຖານທີ່ພັກເຊົາຢູ່ ນິງບິ່ງ ໄດ້ ແລະ ກໍາລັງຜັນຂະຫຍາຍຜະລິດຕະພັນໃໝ່ຫຼາຍຢ່າງ ເພື່ອກະຕຸ້ນການທ່ອງທ່ຽວຢູ່ພາຍໃນປະເທດ. ທາງແຂວງນິງບິ່ງ ຍັງສຸມໃສ່ຜັນຂະຫຍາຍບັນດາມາດຕະການພັດທະນາການທ່ອງທ່ຽວຢ່າງຄົບຊຸດ.