ໂຄສະນາເຂົ້າສານ, ໝາກໄມ້ຂອງເຂດທົ່ງ ພຽງແມ່ນ້ຳຂອງ
(ພາບ: vov)
(vovworld)- ວັນທີ 2/11, ແຂວງຊອກຈັງ ໄດ້ໄຂງານຕະຫຼາດນັດ ວາງສະແດງ “ເຂົ້າສານຫອມ-ສິນໃນນ້ຳ-ໝາກໄມ້ປອດດສານພິດ-ການຄ້າ ແລະ ການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຍດນາມປີ 2014“. ເຫດການນີ້ນອນໃນໂຄງການເວທີປາໄສຮ່ວມມືເສດຖະກິດເຂດທົ່ງພຽງແມ່ນ້ຳຂອງ-ຊອກຈັງ 2014 ຊື່ງຖືກຈັດຂຶ້ນແຕ່ວັນທີ 5-7/11. ງານຕະຫຼາດນັດ-ວາງສະແດງດຶງດູດການເຂົ້າຮ່ວມຂອງກ່ວາ 200 ຫົວໜ່ວຍດ້ວຍຮ້າງວາງສະແດງສິນຄ້າກ່ວາ 600 ຮ້ານຂອງບັນດາກະຊວງ, ຂະແໜງການຕ່າງໆຂອງສູນກາງ, ນະຄອນຫຼວງຮ່າໂນ້ຍ, ນະຄອນໂຮ່ຈິມິນ. ທ່ານເຈິ່ນແທ່ງງຽບ, ຮອງປະທານຜູ້ປະຈຳຄະນະກຳມະການ ປຊຊ ແຂວງຊອກຈັງ, ຫົວໜ້າຄະນະຈັດຕັ້ງງານຕະຫຼາດນັດໃຫ້ຮູ້ວ່າ:
“ຜ່ານງານຕະຫຼາດນັດຄັ້ງນີ້, ພວກເຮົາຈະເຫັນໄດ້ການພັດທະນາຂອງຜະລິດຕະພັນກະເສດຂອງບັນດເຂດພາກ. ນອກນັ້ນ, ພວກເຮົາຍັງເຫັນໄດ້ຄວາມກ້າວໜ້າໃນການໝູນໃຊ້ວິທະຍາສາດເຕັກໂນໂລຊີ, ເຕັກນິກ ເພື່ອນຳເຂົ້າຮັບໃຊ້ການຜະລິດ, ຊຸກຍູ້ຜະລິດຕະພັນກະເສດພັດະນາດີກ່ວາອີກ“./.