ໂຄສະນາເຄື່ອງໝາຍການຄ້າໂສມ ງອັກລິງ ທາງອິນເຕີເນັດ

(VOVWORLD) -ມີວິສາຫະກິດກວ່າ 60 ແຫ່ງເຂົ້າຮ່ວມງານວາງສະແດງກ່ຽວກັບພາບຖ່າຍ, ວິດີໂອ ແນະນຳບັນດາຜະລິດຕະພັນໂສມ ງອັກລິງ ທາງອິນເຕີເນັດ.
ໂຄສະນາເຄື່ອງໝາຍການຄ້າໂສມ ງອັກລິງ ທາງອິນເຕີເນັດ - ảnh 1ພາບຖ່າຍ, ວິດີໂອ ແນະນຳບັນດາຜະລິດຕະພັນໂສມ ງອັກລິງ ທາງອິນເຕີເນັດ
(ພາບ: quangnam.gov.vn)

ເປັນຄັ້ງທຳອິດທີ່ແຂວງ ກວາງນາມ ຈັດງານບຸນໂສມ ງອັກລິງ ທາງອິນເຕີເນັດ, ນີ້ແມ່ນບາດກ້າວເລີ່ມຕົ້ນໃນການຫັນເປັນດີຈີຕອນ ເພື່ອແນໃສ່ຍູ້ແຮງການເຄື່ອນໄຫວສື່ມວນຊົນ, ໂຄສະນາເຄື່ອງໝາຍການຄ້າໂສມ ງອັກລິງ ອອກສູ່ໂລກ.

        ງານບຸນໂສມ ງອັກລິງ ຈະຈັດຂຶ້ນຢູ່ໃນເວັບໄຊ http://samngoclinh.coquan.vn . ມີວິສາຫະກິດກວ່າ 60 ແຫ່ງເຂົ້າຮ່ວມງານວາງສະແດງກ່ຽວກັບພາບຖ່າຍ, ວິດີໂອ ແນະນຳບັນດາຜະລິດຕະພັນໂສມ ງອັກລິງ ທາງອິນເຕີເນັດ. ເນື່ອງໃນໂອກາດນີ້, ເມືອງ ນາມຈ່າມີ, ແຂວງ ກວາງນາມ ກໍໄດ້ຈັດງານບຸນໂສມ ງອັກລິງ ຄັ້ງທີ 4 ປີ 2022, ນັບແຕ່ວັນທີ 01 – 03 ສິງຫາ ຈະມາເຖິງ. ທ່ານ ເຈິ່ນວັນເໝິ້ນ, ຮອງປະທານຄະນະກຳມະການປະຊາຊົນເມືອງ ນາມຈ່າມີ, ແຂວງ ກວາງນາມ, ໃຫ້ຮູ້ວ່າ:

        “ເບື້ອງຕົ້ນໃນການປະຕິບັດການຫັນເປັນດີຈີຕອນການພັດທະນາເຄື່ອງໝາຍການຄ້າໂສມ ງອັກລິງ, ໂຄສະນາງານບຸນ ແລະ ງານຕະຫຼາດໂສມ ປະຈຳເດືອນຂອງເມືອງ ນາມຈ່າມີ ທາງອິນເຕີເນັດ ເພື່ອໃຫ້ທຸກຄົນສາມາດເຂົ້າຮ່ວມງານບຸນນີ້. ພວກຂ້າພະເຈົ້າມຸ່ງໄປເຖິງເລື່ອງຊື້-ຂາຍຜະລິດຕະພັນທາງອິນເຕີເນັດ, ໂຄສະນາເທື່ອລະກ້າວ ເພື່ອໃຫ້ທຽບເທົ່າກັບໂຄງການພັດທະນາໂສມ ຫວຽດນາມ, ສ້າງການແກ່ງແຍ້ງໃນຕະຫຼາດໂລກ.”

ຕອບກັບ

ຂ່າວ/ບົດ​ອື່ນ