ໂຄສະນາເຜີຍແຜ່ລັດຖະທຳມະນູນ2013ເຖິງປະຊາຊົນທຸກຊັ້ນວັນນະ
ພາບປະກອບ
(vovworld) – ວັນທີ 18/2, ຢູ່ ຮ່າໂນ້ຍ, ຄະນະກຳມະການຊົນເຜົ່າສັງກັດລັດຖະບານໄດ້ຈັດຕັ້ງກອງປະຊຸມໂຄສະນາ, ເຜີຍແຜ່ລັດຖະທຳມະນູນປີ 2013 ເຖິງພະນັກງານ, ພາລະກອນ, ລັດຖະກອນ ແລະ ຄົນງານຂອງຄະນະກຳມະການທຸກໆຄົນ. ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງຫົວໜ້າຄະນະກຳມະການຊົນເຜົ່າ ເຊີນມິງແທ໋ງ ເນັ້ນໜັກວ່າ: ລັດຖະທຳມະນູນແມ່ນເອກະສານສຳຄັນພິເສດ, ແມ່ນກົດໝາຍພື້ນຖານ, ກົດໝາຍສະບັບຕົ້ນຂອງລັດ. ລັດຖະທຳມະນູນ ສ່ອງແສງເຈດຈຳນົງ, ຄວາມມຸ່ງມາດປາດຖະໜາ, ຜົນປະໂຫຍດຂອງທົ່ວປວງຊົນ, ແມ່ນພື້ນຖານທາງດ້ານການເມືອງ, ກົດໝາຍຢ່າງໝັ້ນຄົງໃຫ້ພາລະກິດສ້າງສາ, ປົກປັກຮັກສາ, ພັດທະນາ ແລະ ການເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດໃນໄລຍະໃໝ່. ເລື່ອງຜັນຂະຫຍາຍການຊາບຊຶມ ແລະ ປະຕິບັດລັດຖະທຳມະນູນແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມ, ຮືບດ່ວນຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ. ທ່ານຮອງຫົວໜ້າ ເຊີນມິງແທ໋ງ ສະເໜີໃຫ້ບັນດາຜູ້ແທນສຸມໃສ່ພູມປັນຍາ, ຮັບເອົາຄຳເຫັນປະກອບກ່ຽວກັບບັນຫາຕ່າງໆທີ່ໄດ້ສະເໜີຢູ່ອງປະຊຸມຢ່າງເຂັ້ມງວດ, ຈາກນັ້ນຍົກສູງລະດັບວິຊາຊີບ, ຄຸນນະທາດດ້ານການເມືອງ, ຍົກສູງລະດັບຄວາມຮູ້, ສະຕິຕື່ນຕົວເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ປະຕິບັດວຽກງານໂຄສະນາ, ເຜີຍແຜ່ເນື້ອໃນຂອງລັດຖະທຳມະນູນຢ່າງເລິກເຊິ່ງ, ກ້ວາງຂວາງ, ຮັບປະກັນໃຫ້ລັດຖະທຳມະນູນໄດ້ຮັບການປະຕິບັດຢ່າງເຂັ້ມງວດໃນໝູ່ປະຊາຊົນທຸກຊັ້ນວັນນະ ແລະ ໃນທຸກໆຂົງເຂດຂອງຊີວິດສັງຄົມ.