ໂຊມາລີປາດຖະໜາຢາກຮ່ວມມືຫຼາຍດ້ານກັບອາຊຽນ

ໂຊມາລີປາດຖະໜາຢາກຮ່ວມມືຫຼາຍດ້ານກັບອາຊຽນ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ສົ່ງ​ເສີມ
​ການ​ລົງ​ທຶນ ໂຊ​ມາ​ລີ Khalid Omar Ali
(ພາບ: AP)

(vovworld) – ທີ່​ການ​ພົບ​ປ​ະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ເລ​ເລືອງ​ມິງ ໃນ​ວັນ​ທີ 24/4, ຢູ່​ນະ​ຄອນຫຼວງ Jakarta, ປະ​ເທດ ອິນ​ໂດ​ເນ​ເຊຍ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ສົ່ງ​ເສີມ​ການ​ລົງ​ທຶນ ໂຊ​ມາ​ລີ Khalid Omar Ali ໃຫ້​ຮູ້​ວ່າ: ໂຊ​ມາ​​ລີ ປາດ​ຖະ​ໜາ​ຢາກ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ໃນ​ບັນ​ດາ​ຂົງ​ເຂດ​ຄື: ຕ້ານ​ການກໍ່​ການ​ຮ້າຍ, ພັດ​ທະ​ນາ​ການ​ສຶກ​ສາ, ການ​ຄ້າ ແລະ ການລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI). ທ່ານ​ລັດ​ຖະ​ມົນ​ຕີ Khalid ຫວັງ​ວ່າ​ຈະ​ບັນ​ລຸ​ໄດ້​ການ​ຮ່ວມ​ມື​ກັບ ອາ​ຊຽນ ໃນ​ບັນ​ດາ​ຂົງ​ເຂ​ດ​ບຳ​ລຸງ​ສ້າງວິ​ຊາ​ຊີບ​ໃຫ້​ແກ່​ກຳ​ລັງ​ຊາວ​ໜຸ່ມ, ເຍົາ​ວະ​ຊົນ, ກໍ່​ຄື​ຮ່ຳ​ຮຽນ​ເອົາ​ບົດ​ຮຽນ​ໃນ​ການ​ປະ​ກາດ​ໃຊ້​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນຈາກ​ຕ່າງ​ປະ​ເທດ​ເພື່ອ​ເພີ່​ມ​ແຫຼ່ງ​ທຶນ FDI. ທ່ານ Khalid ກໍ່​ໃຫ້​ຮ​ູ້​ວ່າ: ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໂຊມ​າ​ເນຍ Hassan Sheikh Mohamud ພວມ​ມີ​ແຜ​ນ​ການ​ຢ້ຽມ​ຢາມ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ໃນ​ປີນີ້​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື.

        ສ່ວນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເລ​ເລືອງ​ມິງ ຊົມ​ເຊີຍ​ບັນ​ດາ​ຄວາມ​ເອົາ​ໃຈ​ໃສ່​ຂອງ ໂຊ​ມາ​​ລ​ີ ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ສະ​ໜິດ​ສະ​ໜົມ ແລະ ຮ່ວມ​ມື (TAC) ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ສະ​ເໜີ​ໃຫ້ ໂຊ​ມາ​​ລີ ຕັ້ງ​ໜ້າ​ຊອກ​ຫາ​ບັນ​ດາ​ຂົງ​ເຂດ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອາດ​ຈະ​ຮ່ວມ​ມື​ກັບ ອາ​ຊ​ຽນ ເຊິ່ງ​ລວມ​ມີ: ການ​ຄ້າ, ການ​ລົງ​ທຶນ, ການ​ເຊື່ອມ​ຕໍ່​ປະ​ຊາ​ຊົນ, ພັດ​ທະ​ນາ​ການ​ສອນ​ວິ​ຊາ​ຊີບ ແລະ ກາ​ລະ​ໂອ​ກາດບ​ຳ​ລຸງ​ສ້າງ​ໃຫ້​ແກ່​ຊາວ​ໜຸ່ມ.


ຂ່າວ/ບົດ​ອື່ນ