ໂທລະເລກອວຍພອນວັນຊາດສ.ເກົາຫຼີ
ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ແລະ
ທ່ານນາງປະທານາທິບໍດີ ສ.ເກົາຫຼີ Park Geun Hye
(ພາບປະກອບ)
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນຊາດ ສາທາລະນະລັດ ເກົາຫຼີ (15/8/1945 – 15/8/2015), ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານນາງປະທານາທິບໍດີ ສ.ເກົາຫຼີ Park Geun Hye, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Hwang Kyo Ahn, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ສົ່ງໂທລະເລກອວຍພອນເຖິງປະທານສະພາແຫ່ງຊາດ ສ.ເກົາຫຼີ Chung Ui Hwa. ເນື່ອງໃນໂອກາດນີ້, ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ກໍໄດ້ສົ່ງໂທລະເລກອວຍພອນເຖິງທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ສ.ເກົາຫຼີ Yun Byung Se.