ໂລກ​ລະ​ບ​າດ Covid – 19: ຫວຽດ​ນາມ​ຢັ້ງ​ຢືນ​ມີ​ ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ​ເຖິງ 153 ຄົນ

(VOVWORLD) -ຕາມແຫຼ່ງຂ່າວຂອງກະຊວງສາທາລະນະສຸກໃນຕອນບ່າຍວັນທີ 26 ມີນາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ຕື່ມອີກ 5 ຄົນ, ຍົກຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຢູ່ ຫວຽດນາມຂຶ້ນເປັນ 153 ຄົນແລ້ວ.
ໂລກ​ລະ​ບ​າດ Covid – 19: ຫວຽດ​ນາມ​ຢັ້ງ​ຢືນ​ມີ​ ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ​ເຖິງ 153 ຄົນ - ảnh 1ທ່ານ ຫງວຽນເຈືອງເຊີນຮອງລັດຖະມົນຕີກະຊວງສາທາລະນະສຸກເຂົ້າໂຮງໝໍລະດົມກຳລັງໃຈໃຫ້ແກ່ຜູ້ຕິດເຊື້ອພະຍາດ Covid - 19 (ພາບ: Suckhoedoisong) 

ມີ 2 ຄົນໃນຈຳນວນ 5 ຄົນດັ່ງກ່າວແມ່ນມາ ຈາກຕ່າງປະເທດເຂົ້າເມືອງຫວຽດນາມ ໃນໄລຍະເວລາແຕ່ວັນທີ 21 – 23 ມີນາ 2020, ເຊິ່ງໄດ້ແຍກຕົວໃນທັນທີພາຍຫຼັງເຂົ້າເມືອງ. ສ່ວນ 3 ຄົນທີ່ຍັງເຫຼືອແມ່ນຕິດແປດຈາກບັນດາຄົນເຈັບທີ່ມີຜົນກວດຕິດເຊື້ອພະຍາດ Covid – 19.

ປັດຈຸບັນບັນດາຜູ້ຕິດເຊື້ອພະຍາດ Covid -19 ພວມໄດ້ຮັບການແຍກຕົວປິ່ນປົວຢູ່ຕ່າງຫາກ  ແລະ ເຂົາເຈົ້າລ້ວນແຕ່ມີອາການສຸຂະພາບເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ