ໂລກ​ລະ​ບາດ Covid – 19: ໂລ​ກຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ SARS – CoV – 2 784.000 ຄົນ

(VOVWORLD) -ຕາມຕົວເລກສະຖິຕິຂອງເວັບໄຊ worldometers.info ແລ້ວ, ໄລ່ຮອດ 8 ໂມງຕອນເຊົ້າວັນທີ 31 ມີນາ(ຕາມເວລາຫວຽດນາມ), ໂລກໄດ້ຢັ້ງຢືນມີຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 784.381 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 37.780 ຄົນ.
ໂລກ​ລະ​ບາດ Covid – 19: ໂລ​ກຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ SARS – CoV – 2 784.000 ຄົນ - ảnh 1

ແພດໝໍສົ່ງຜູ້ຕິດເຊື້ອພະຍາດ Covid – 19 ຂຶ້ນເຮືອບິນ (ພາບ: AFP/TTXVN)

ຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໃນທົ່ວເອີຣົບສືບຕໍ່ເພີ່ມຂຶ້ນດ້ວຍຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຢູ່ທະວີບນີ້ເພີ່ມຂຶ້ນເກືອບ 400.000ຄົນ, ໃນນັ້ນອີຕາລີ ຢືນຢູ່ອັນດັບທີ 1 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ລື່ນກາຍຕົວເລກ 100.000 ຄົນ, ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນ 11.591 ຄົນ.

ປັດຈຸບັນ, ແອັດສະປາຍແມ່ນປະເທດໄດ້ຮັບຜົນກະທົບໃຫຍ່ອັນດັບທີ 2 ຂອງໂລກລະບາດ Covid – 19 ຢູ່ເອີລົບດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນກ່ວາ 85.000 ຄົນ ແລະ ມີຜູ້ເສຍຊີວິດ 812 ຄົນ. ຢູ່ເຢຍລະມັນ ມີຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 57.298 ຄົນ, ຢູ່ຝລັ່ງ ມີຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ40.174 ຄົນ ແລະ ຢູ່ອັງກິດມີຜູ້ຕິດເຊື້ອພະຍາດ Covid - 19 ແມ່ນ 22.141 ຄົນ.

ຢູ່ອາເມລິກາ, ຕາມຕົວເລກຂອງສູນລະບົບວິທະຍາສາດ ແລະ ເຕັກນິກ (CSSE) ອັບເດັດຕອນເວລາ 19 ໂມງ ໃນວັນທີ 30 ມີນາ (ຕາມໂມງ GMT)ວ່າ ມີຜູ້ຕິດເຊື້ອພະຍາດ Covid - 19 ແມ່ນກ່ວາ 150.000 ຄົນ.

ແລະກໍ່ໃນວັນດຽວກັນ, ສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 2.500 ຕື້ USD ເພື່ອຊ່ວຍໃຫ້ບັນດາປະເທດພວມພັດທະນາ, ຜ່ານຜ່າວິກິດການເສດຖະກິດທີ່ຍັງບໍ່ທັນມີມາກ່ອນຈາກຜົນກະທົບຂອງໂລກລະບາດ Covid – 19.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ