ໂລກ​ລະ​ບາດCovid– 19: ມີຫຼາຍ​ປະ​ເທດ​ໃນ​ໂລກ​ປະ​ກາດມີ​ຜູ້​ຕິດ​ເຊື້ອພະ​ຍາດ Covid– 19 ຄົນ​ທຳ​ອິດ

(VOVWORLD) -ຢູ່ປະເທດເກາະໂມຣີຕີ, ແອັນຊານວາດໍ ແລະ ຟີຈິ ລ້ວນແຕ່ກວດພົບຜູ້ຕິດເຊື້ອພະຍາດCovid– 19 ຄົນທຳອິດໃນວັນທີ 18 ມີນາ.

ໂລກ​ລະ​ບາດCovid– 19: ມີຫຼາຍ​ປະ​ເທດ​ໃນ​ໂລກ​ປະ​ກາດມີ​ຜູ້​ຕິດ​ເຊື້ອພະ​ຍາດ Covid– 19 ຄົນ​ທຳ​ອິດ - ảnh 1ໂລກລະບາດ Covid - 19 ຍັງຄົງແຜ່ລະບາດໃນວົງກ້ວາງຢູ່ຫຼາຍປະເທດໃນໂລກ

(ພາບ:  Reuters/dangcongsan.vn)

ທ່ານນາຍົກລັດຖະມົນຕີໂມຣີີຕີ PravindJugnauth ໃຫ້ຮູ້ວ່າປະເທດເກາະນີ້ິ້ໄດ້ກວດພົບຜູ້ຕິດເຊື້ອໄວຣັດ SARV -  Covid– 2 3 ຄົນທຳອິດ, ໃນນັ້ນມີ 2 ຄົນໄດ້ກວດພົບຢູ່ກ່ຳປັ່ນທ່ອງທ່ຽວ ແລະ ອີກຄົນໜຶ່ງແມ່ນໄດ້ກັບມາຈາກປະເທດອັງກິດ. ປັດຈຸບັດ 3 ຄົນດັ່ງກ່າວພວມໄດ້ ແຍກຕົວປິ່ນປົວຢູ່ຕ່າງຫາກຢູ່ໂຮງໝໍຢູ່Souillac. ທ່ານນາຍົກລັດຖະມົນຕີໂມຣີຕີໄດ້ປະກາດວ່າປະເທດເກາະນີ້ “ພວມຕົກຢູ່ໃນສະພາວະສຸກເສີນທົ່ວປະເທດ”, ຕາມນັ້ນແລ້ວຈະຫ້າມບໍ່ໃຫ້ເດີນທາງເຂົ້າປະເທດນີ້ໃນຮອບເວລາ 14 ວັນສຳລັບທຸກຄົນ, ນັບທັງພົນລະເມືອງໂມຣີຕີ.

ສຳລັບຜູ້ຕິດເຊື້ອຄົນທຳອິດຢູ່ຟີຈິ, ທ່ານIfereimiWaqainabeteລັດຖະມົນຕີກະຊວງສາທາລະນະສຸກ ປະເທດນີ້ ໄດ້ເອົາລົງໃນສື່ສັງຄົມອອນລາຍ Twitter ສ່ວນຕົວໃນວັນທີ 19 ມີນາໂດຍໃຫ້ຮູ້ວ່າ ຜູ້ຕິດເຊື້ອດັ່ງກ່າວແມ່ນຜູ້ຊາຍຢູ່Lautokaແລະປັດຈຸບັນພວມໄດ້ແຍກຕົວປິ່ນປົວຢູ່ຕ່າງຫາກແລະຕິດຕາມອາການສຸຂະພາບ.

ແລະກໍ່ໃນວັນດຽວກັນ, ກະຊວງສາທາລະນະສຸກເມັກຊີໂກ, ກູບາ ໄດ້ຢັ້ງຢືນວ່າມີຜູ້ເສຍຊີວິດຄົນທຳອິດຍ້ອນໂລກລະບາດCovid– 19 ຢູ່ປະເທດດັ່ງກ່າວນີ້.

ຕອບກັບ

ຂ່າວ/ບົດ​ອື່ນ