ໂລກ​ລະ​ບາດ​ໂຄວິດ - 19 ແຜ່​ລະ​ບາດ​ຢ່າງ​ແຮງ​ຢູ່ ກຳ​ປູ​ເຈຍ

(VOVWORLD) -        ໄລ່ຮອດຕອນເຊົ້າວັນທີ 13 ມີນາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດກວ່າ 119,2 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດຫຼາຍກວ່າ 2,64 ລ້ານຄົນ. ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູູ້ຕິດເຊື້ອເກືອບ 30 ລ້ານຄົນ ແລະ ມີຫຼາຍກວ່າ 540.000 ຄົນ ເສຍຊີວິດ. ຖັດຈາກນັ້ນ ແມ່ນ ອິນເດຍ.

ຢູ່ ສ.ເກົາຫຼີ, ຈຳນວນຜູ້ຕິດເຊື້ອໂຄວິດ - 19 ລາຍໃໝ່ໃນວັນທີ 12 ມີນາ ແມ່ນບັນລຸລະດັບສູງສຸດໃນໄລຍະເວລາ 3 ອາທິດມານີ້, ປັດຈຸບັນ ມີຜູ້ຕິດເຊື້ອຫຼາຍກວ່າ 400 ຄົນ ໃນ ເວລາ 4 ວັນຢ່າງລຽນຕິດ, ອັນໄດ້ເຮັດໃຫ້ເຈົ້າໜ້າທີ່ຂອງປະເທດນີ້ ຕ້ອງຕໍ່ກຳນົດເວລາປະຕິບັດການແຍກຫ່າງໃນສັງຄົມ ຕື່ມອີກ 2 ອາທິດ.

        ສ່ວນສະພາບການໂລກລະບາດໂຄວິດ - 19 ຢູ່ ກຳປູເຈຍ ຍັງສືບຕໍ່ມີການຜັນແປຢ່າງສັບສົນ. ວັນທີ 12 ມີນາ, ປະເທດນີ້ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ໃນຊຸມຊົນຕື່ມອີກ 60 ກໍລະນີ. ໃນຂະນະນັ້ນ, ໃນວັນດຽວກັນ, ຝລັ່ງ ຢັ້ງຢືນວ່າ ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ແມ່ນລື່ນກາຍຕົວເລກ 90.000 ຄົນແລ້ວ. ບໍ່ພຽງແຕ່ເທົ່ານັ້ນ, ໃນຫຼາຍເດືອນທີ່ຜ່ານມາ, ນີ້ແມ່ນເວລາທີ່ປະເທດນີ້ ເຫັນປະຈັກຕາຈຳນວນຄົນເຈັບສຸກເສີນຫຼາຍທີ່ສຸດ. ໄລ່ມາຮອດວັນທີ 12 ມີນາ, ລະບົບໂຮງໝໍໃນທົ່ວປະເທດ ຝລັ່ງ ພວມຕ້ອງປິ່ນປົວສຸກເສີນໃຫ້ແກ່ຄົນເຈັບກວ່າ 4000 ຄົນ. ຖ້າຫາກສືບຕໍ່ທ່ວງທ່ານີ້, ເຂດນະຄອນຫຼວງຂອງຝລັ່ງ ອາດຈະຕ້ອງປິດເມືອງໃນສອງກ - ສາມມື້ຈະມາເຖິງ.  

ຕອບກັບ

ຂ່າວ/ບົດ​ອື່ນ