ໂລກ​ລະ​ບາດ​ໂຄວິດ - 19: ໜູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ສ​ະ​ຫະ​ກອນຢູ່​ເຂດ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ຈ​ຳ​ໜ່​າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​

(VOVWORLD) -ຕາມສະຫະພັນສະຫະກອນ ຫວຽດນາມ ແລ້ວ, ໄລ່ຮອດຈຸດເວລານີ້ ສະຫະພັນສະຫະກອນ ຫວຽດນາມ ໄດ້ຮັບການສະເໜີໜູນຊ່ວຍຈຳໜ່າຍຜະລິດຕະພັນກະເສດ ຂອງ ສະຫະກອນ 50 ແຫ່ງ ແລະ ແຕ່ລະສະຫະກອນພວມມີຜະລິດຕະພັນຄ້າງໄວ້ໃນສາງປະມານ 60 – 70 ໂຕນ. 
ໂລກ​ລະ​ບາດ​ໂຄວິດ - 19: ໜູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ສ​ະ​ຫະ​ກອນຢູ່​ເຂດ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ຈ​ຳ​ໜ່​າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ - ảnh 1ພາບປະກອບ: TTXVN

ເພື່ອຮ່ວມແຮງຮ່ວມໃຈໜູນຊ່ວຍບັນດາສະຫະກອນຕາແສງຢູ່ເຂດເກີດໂລກລະບາດໂຄວິດ - 19 ຈຳໜ່າຍຜະລິດຕະພັນກະເສດ, ສູນສົ່ງເສີມການຄ້າ ແລະ ການລົງທຶນ (ສະຫະພັນສະຫະກອນ ຫວຽດນາມ) ໄດ້ສົມທົບກັບະຫະພັນສະຫະກອນນະຄອນ ຮ່າໂນ້ຍ ແລະ ບັນດາໜ່ວຍງານທີ່ມີໜ້າທີ່ຮັບຜິດຊອບຈັດຕັ້ງ ຈຸດຂາຍຜະລິດຕະພັນກະເສດ ທີ່ມີຈຳນວນນັບຫຼາຍຮ້ອຍໂຕນ.

ຜູ້ຕາງໜ້າສະຫະພັນສະຫະກອນ ຫວຽດນາມ ໃຫ້ຮູ້ວ່າ ດ້ວຍພະລິດຕະພັນກະເສດ ເກືອບ 100.000 ໂຕນ ເຊິ່ງລ້ວນແຕ່ແມ່ນຜະລິດຕະພັນຂອງຊາວກະສິກອນ ກໍ່ຄືບັນດາສະຫະກອນຕາແສງຢູ່ແຂວງ ຫ໋າຍເຢືອງ ຜະລິດຕາມໃບສັ່ງຊື້ເພື່ອສົ່ງອອກໄປຍັງຕ່າງປະເທດ ແລະ ຂາຍໃຫ້ບັນດາໜ່ວຍງານ, ວິສາຫະກິດ, ເຮືອນຄົວລວມຢູ່ບັນດາແຂວງທາງເໜືອ.

ຕາມສະຫະພັນສະຫະກອນ ຫວຽດນາມ ແລ້ວ, ໄລ່ຮອດຈຸດເວລານີ້ ສະຫະພັນສະຫະກອນ ຫວຽດນາມ ໄດ້ຮັບການສະເໜີໜູນຊ່ວຍຈຳໜ່າຍຜະລິດຕະພັນກະເສດ ຂອງ ສະຫະກອນ 50 ແຫ່ງ ແລະ ແຕ່ລະສະຫະກອນພວມມີຜະລິດຕະພັນຄ້າງໄວ້ໃນສາງປະມານ 60 – 70ໂຕນ. ດັ່ງນັ້ນ, ຄະນະປະຈຳ ສະຫະພັນສະຫະກອນ ຫວຽດນາມ ໄດ້ຊີ້ນຳບັນດາຫົວໜ່ວຍທີ່ມີໜ້າທີ່ ຮັບຜິດຊອບ ຜັນຂະຫຍາຍຈຸດຂາຍຜະລິດຕະພັນກະເສດຂອງເຂດເກີດໂລກລະບາດໂຄວິດ - 19 ຢ່າງໜ້ອຍສຸດ 10 ຈຸດດ້ວຍເປົ້າໝາຍໜູນຊ່ວຍແບບບໍ່ມີກຳໄລ.

ຕອບກັບ

ຂ່າວ/ບົດ​ອື່ນ