ພົນເອກຫວໍ້ງວຽນຢາບ
(ພາບປະກອບ)
(vovworld) – ວັນທີ 10/10, ການນຳພັກກອມມູນິດ ຝຣັ່ງ, ພັກກອມມູນິດ ເປຣູ, ພັກບັນດາເຜົ່າ ແອດສະປາຍ, ພັກກອມມູນິດ ຈີເລ, ປະທານາທິບໍດີ ຈີເລ, ສະພາສູງ ກຳປູເຈຍ, ປະທານສະພາແຫ່ງຊາດ ກຳປູເຈຍ, ລັດຖະມົນຕີການຕ່າງປະເທດ Nicaragoa... ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈເຖິງການນຳພັກ, ລັດ, ສະພາແຫ່ງຊາດ ແລະ ລັດຖະບານ ຫວຽດນາມ. ເນື້ອໃນໂທລະເລກລ້ວນແຕ່ສະແດງການແບ່ງເບົາຄວາມເຈັບປວດ, ຄວາມເສຍຫາຍອັນໃຫຍ່ຫຼວງກັບປະຊາຊົນ ຫວຽດນາມ, ຢືນຢັນວ່າ ພົນເອກ ຫວໍ້ງວຽນຢາບ, ຜູ້ທີ່ໄດ້ອຸທິດຕະຫຼອດຊີວິດຂອງຕົນເພື່ອຈຸດໝາຍທີ່ມີລະດັບທົ່ວໂລກ: ນັ້ນແມ່ນສັນຕິພາບ, ກຽດສັກສີ, ຄວາມຍຸຕິທຳ, ຄວາມເສລີ ແລະ ຄວາມສາມັກຄີຂອງມະນຸດ. ເຖິງວ່າພົນເອກ ຫວໍ້ງວຽນຢາບ ໄດ້ລວງລັບໄປແລ້ວກໍ່ຕາມ ແຕ່ບັນດາຄຳສັ່ງສອນຂອງເພີ່ນຈະຍື່ງຍົງຄົງຕົວກັບການເວລາ ແລະ ຝັງເລິກໃນຈິດໃຈຂອງປະຊາຊົນໃນທົ່ວໂລກ.
ວັນທີ 11/10, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ປະຕິບັດສຳເລັດວຽກງານກະກຽມພິທີໄຫວ້ອາໄລພົນເອກ ຫວໍ້ງວຽນຢາບ ຢູ່ ລາວ, ຕາມຄວາມມຸ່ງຫວັງຂອງປະຊາຄົມຊາວ ຫວຽດນາມ ພວມດຳລົງຊີວິດ, ຮຳ່ຮຽນ ແລະ ປະຕິບັດງານ ຢູ່ລາວ. ບັນດາວິທີການປ້ອງກັນ ແລະ ຕ້ອນຮັບບັນດາຄະນະແຂກທີ່ເປັນການນຳພັກ, ລັດ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂອງ ລາວ, ກຳລັງປະກອບອາວຸດ ແລະ ເພື່ອນມິດລາວ ຜູ້ນິຍົມ, ນັບຖື ພົນເອກ, ຜູ້ຕາງໜ້າບັນດາຄະນະທູຕານຸທູດ ກໍ່ຄືພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສໃນທົ່ວປະເທດ ລາວ ມາໄຫວ້ອາໄລພົນເອກ ລ້ວນແຕ່ໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ. ພິທີໄຫວ້ອາໄລໄດ້ຮັບການຈັດຕັ້ງຢູ່ຫ້ອງໂຖງຂອງສະຖານທູດ, ກົງກັບເວລາດຳເນີນພິທີໄຫວ້ອາໄລຢູ່ ຮ່າໂນ້ຍ, ກວາງບິ່ນ ແລະ ນະຄອນ ໂຮ່ຈີມິນ.