ໂລກ​ຮັບ​ຮູ້​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ 19 ກ່​ວາ 513.8 ລ້ານ​ຄົນ

(VOVWORLD) - ອາເມລິກາ ແມ່ນປະເທດຖືກຜົນສະທ້ອນຮ້າຍແຮງກ່ວາໝູ່ ຍ້ອນໂລກລະບາດ ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 83 ລ້ານຄົນ ແລະ ມີຜູ້ເສຍຊີວິດກ່ວາ 1 ລ້ານຄົນ.
ໂລກ​ຮັບ​ຮູ້​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ 19 ກ່​ວາ 513.8 ລ້ານ​ຄົນ - ảnh 1

 ເອົາຕົວຢ່າງວິໄຈຫາເຊື້ອໂຄວິດ 19 ໃຫ້ເດັກຢູ່ ປັກກີງ-ຈີນ ເມື່ອວັນທີ 30/4/2022 (ພາບ: THX/TTXVN)

   ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດ 1 ໂມງ 30 ນາທີຂອງວັນທີ 3 ພຶດສະພາ (ຕາມເວລາ UTC), ໂລກໄດ້ຮັບຮູ້ມີຜູ້ຕິດເຊື້ອພະຍາດໂຄວິດ 19 ກ່ວາ 513,8 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 6,26 ລ້ານຄົນ.

ອາເມລິກາ ແມ່ນປະເທດຖືກຜົນສະທ້ອນຮ້າຍແຮງກ່ວາໝູ່ ຍ້ອນໂລກລະບາດ ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 83 ລ້ານຄົນ ແລະ ມີຜູ້ເສຍຊີວິດກ່ວາ 1 ລ້ານຄົນ. ຢືນອັນດັບທີ 2 ແລະ 3 ແມ່ນ ອິນເດຍ ແລະ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ