ໂອຕະລິດກ່າວເຕື່ອນຊາວລີ້ໄພເຖິງອີຕາລີສາມາດເພີ່ມຂຶ້ນລະດັບສະຖິຕິ
(ພາບປະກອບ)
(vovworld) - ວັນທີ 07/04 ທ່ານນາງ Johanna Mikl – Leitner ລັດຖະມົນຕີວ່າການກະຊວງພາຍໃນ ໂອຕະລິດ ໄດ້ອອກສຽງກ່າວເຕື່ອນ ອີຕາລີ ກ່ຽວກັບເລື່ອງຂະບວນຄົນອົບພະຍົບຈາກ ອາຟຣິກາເໜືອ ຂ້າມທະເລເມດີແຕຣາເນ ເຂົ້າ ອີຕາລີ ຈະເພີ່ມຂຶ້ນລະດັບສະຖິຕິໃນປີນີ້, ຍ້ອນທາງບົກ Balkan ຫຼາຍສາຍຖືກກິດຂວາງໄວ້ແລ້ວ. ຕາມທ່ານນາງ Mikl – Leitner ຈຳນວນຊາວອົບພະຍົບຢ່າງຜິດກົດໝາຍເຖິງ ອີຕາລີ ເພື່ອຈາກນັ້ນ ຊອກຫາໂອກາດລີ້ໄພຢູ່ບັນດາປະເທດ ເອີລົບ ອາດສາມາດເພີ່ມຂຶ້ນ 300.000 ຄົນໃນປີ 2016, ສູງທົບ 2 ເທົ່າເມື່ອທຽບໃສ່ປີກ່າຍ. ຈຳນວນຊາວອົບພະຍົບດັ່ງກ່າວ ບໍ່ພຽງແຕ່ມາຈາກ ຊີຣີ ເທົ່ານັ້ນ ຫາກຍັງມາຈາກບັນດາປະເທດ ອາຟຣິກາເໜືອ ອີກດ້ວຍ ແລະ ຕົ້ນຕໍແມ່ນຄົນທີ່ບໍ່ມີເງື່ອນໄຂຢ່າງຄົບຖ້ວນ ເພື່ອເຮັດລະບຽບການລີ້ໄພ. ທ່ານນາງ Mikl – Leitner ອະທິບາຍວ່າກໍ່ເຊັນດຽວກັນເລື່ອງບັນດາປະເທດບົນເສັ້ນທາງ Balkan ຄື: ສະໂລເວນີ, ກຣົວຊີ ແລະ ມາເຊດວນ ໄດ້ປະຕິບັດ, ໂອຕະລິດ ຢາກ “ປະກາດໃຫ້ ອີຕາລີ ກ່ຽວກັບບັນດາມາດຕະການເຊິ່ງ ໂອຕະລິດ ຈະປະຕິບັດໃນກໍລະນີຂະບວນຊາວອົບພະຍົບຈາກ ໂອຕະລິດ ເຂົ້າ ອີຕາລີ ແຕ່ບໍ່ໄດ້ຮັບການກວດກາ ”.