ໂຮງຮຽນສອນພາສາ ຫວຽດນາມ ໄດ້ຮັບລາງວັນຂອງ ສະພາມະຫາບັນດິດອັງກິດ
(ພາບ: Vietnam+)
(vovworld) - ວັນທີ 27/11, ສະພາມາຫາບັນດິດອັງກິດ (British Academy) ໄດ້ຈັດພິທີມອບລາງວັນໃຫ້ 13 ໂຮງຮຽນສອນພາສາຕ່າງປະເທດ ທີ່ໄດ້ມີການປະກອບສ່ວນພິເສດເຂົ້າໃນການສິດຊອນພາສາພາສາຕ່າງປະເທດຢູ່ອັງກິດ, ໃນນັ້ນມີໂຮງຮຽນສອນພາສາຫວຽດນາມ ໃຫ້ຊາວຫວຽດນາມ ອາໄສຢູ່ Deptford, ລອນດອນ. ໂຮງຮຽນດັ່ງກ່າວໂດຍສະມາຄົມແມ່ຍິງ ແລະ ຄອບຄົວຫວຽດນາມ ປະຈຳລອນດອນ ບໍລິຫານ.
ທ່ານເຊີນແທ່ງ, ປະທານສະມາຄົມຊາວຫວຽດນາມ ປະຈຳອັງກິດ, ສະເໜີຕໍ່ລັດຫວຽດນາມ ມີນະໂຍບາຍໜູນຊ່ວຍໃນການສະໜອງປື້ມຫຼັກສຸດຮຽນພາສາຫວຽດນາມ ໃຫ້ເໝາະສົມ, ເພື່ອຊ່ວຍໃຫ້ການສອນພາສາຫວຽດນາມ ຊາວຫວຽດນາມ ລຸ້ນໜຸ່ມຢູ່ອັງກິດ ມີຄວາມສະດວກກວ່າ. ທ່ານຍັງຮຽກຮ້ອງໃຫ້ການຮ່ວມແຮງຮ່ວມໃຈຂອງບັນດາອົງການຕ່າງໜ້າຂອງຫວຽດນາມ ອາໄສຢູ່ຕ່າງປະເທດ, ບັນດາສະມາຄົມຊາວຫວຽດນາມ ແລະ ບັນດາກຳລັງນັກສຶກສາຫວຽດນາມ ເປັນຈຳນວນຫຼວງຫຼາຍ ທີ່ພວມຮໍ່າຮຽນຢູ່ອັງກິດ ເພື່ອແນໃສ່ເພີ່ມທະວີບັນດາຫ້ອງຮຽນພາສາຫວຽດນາມ, ເຮັດແນວໃດໃຫ້ພາສາຫວຽດນາມ ກາຍເປັນວິຊາພາສາຕາງປະເທດໃນລະບົບສຶກສາຂອງອັງກິດ.