(ພາບປະກອບຈາກ Nguyễn Thanh/TTXVN)
|
(vovworld) – ໃນລະຫວ່າງວັນທີ 19 – 20/1, ຢູ່ເຂດອຸດສາຫະກຳ ໂຟ໋ໂນ໋ຍ A (ແຂວງ ຮືງອຽນ), ໂຮງໝໍ AsanSeoun - ສ.ເກົາຫຼີ ສົມທົບກັບບໍລິສັດຫຸ້ນສ່ວນ Hyundai Aluminum Vina ຈັດຕັ້ງການກວດ, ປິ່ນປົວພະຍາດອາສາສະໝັກດ້ວຍຂະໜາດໃຫຍ່ໃຫ້ຄົນທຸກຍາກ ແລະ ກຳມະກອນກ່ວາ 1.100 ຄົນໃນບໍລິເວນແຂວງ. ຄະນະກວດ, ປິ່ນປົວພະຍາດລວມມີກ່ວາ 100 ຄົນ, ໃນນັ້ນມີທ່ານໝໍ, ນັກເຕັກນີກ, ພະນັກງານຂອງໂຮງໝໍ AsanSeoun ແລະ ບໍລິສັດຫຸ້ນສ່ວນ Hyundai ໄດ້ດຳເນີນການກວດ, ປິ່ນປົວພະຍາດຕ່າງໆ… ເລື່ອງຈັດຕັ້ງຄະນະອາສາສະໝັກກວດ, ປິ່ນປົວພະຍາດໂດຍບໍ່ເສຍຄ່າແມ່ນວຽກງານຈຳເປັນ ມີຄວາມໝາຍອັນໃຫຍ່ຫຼວງນອນໃນບັນດາ “ການເຄື່ອນໄຫວເພື່ອອາສາສະໝັກ ເພື່ອຄວາມຮັບຜິດຊອບວົງຄະນະຍາດ” ຂອງໂຮງໝໍ AsanSeoun ແລະ ບໍລິສັດຫຸ້ນສ່ວນ Hyundai.