ໂຮງ​ໝໍ​ຊົ່ວ​ຄາວຢູ່ ອູ​ຫັ້ນ (ປະ​ເທດ​ຈີນ) ຈະ​ປິ​ດ​ປະ​ຕູ​ເລີ່ມ​ແຕ່​ວັນ​ທີ 10 ມີ​ນາ​ເປັນ​ຕົ​້​ນ​ໄປ

(VOVWORLD) -  ປັດຈຸບັນ, ມີ ໂຮງໝໍຊົ່ວຄາວ 11 ແຫ່ງໃນຍອດຈຳນວນ 14 ແຫ່ງທີ່ໄດ້ສ້າງຂຶ້ນເພື່ອປິ່ນປົວໃຫ້ບັນດາຄົນເຈັບ Covid – 19 ດ້ວຍອາການເຈັບເບົ່າ ຢູ່ນະຄອນອູຫັ້ນ (ປະເທດຈີນ) ໄດ້ຢຸດຕິການເຄື່ອນໄຫວ. 

ໂຮງ​ໝໍ​ຊົ່ວ​ຄາວຢູ່ ອູ​ຫັ້ນ (ປະ​ເທດ​ຈີນ) ຈະ​ປິ​ດ​ປະ​ຕູ​ເລີ່ມ​ແຕ່​ວັນ​ທີ 10 ມີ​ນາ​ເປັນ​ຕົ​້​ນ​ໄປ - ảnh 1ທ່ານ ຈົວແຊວຄວຍ ເຈົ້າໜ້າທີ່ ຄະນະກຳມະການສາທາລະນະສຸກ ແລະ ສຸຂະພາບແຫ່ງຊາດ ຈີນ

(ພາບ: CCTV/VOV)

ຈຳນວນທີ່ຍັງເຫຼືອຄາດວ່າ ຈະປິດປະຕູໃນວັນທີ 10 ມີນາ.ຊຸມວັນຜ່ານມາ, ຈຳນວນຜູ້ຕິດເຊື້ອ Covid – 19 ຄົນໃໝ່ຢູ່ປະເທດຈີນໄດ້ຫຼຸດລົງຫຼາຍພໍສົມຄວນ ດ້ວຍ 3 ວັນຢ່າງລຽນຕິດ. ຢູ່ແຂວງຮູເປີຍ, ຈຳນວນຜູ້ຕິດເຊື້ອ Covid – 14 ກໍ່ຫຼຸດລົງ 4 ວັນຢ່າງລຽນຕິດ.

        ຈີນເລີ່ມນຳໃຊ້ບັນດາໂຮງໝໍຊົ່ວຄາວແຕ່ວັນທີ 5 ກຸມພາ, ໃນ 33 ວັນທີ່ຜ່ານມາ, ມີ ຄົນເຈັບ Covid – 19 ອາການເຈັບເບົ່າ 12.000 ຄົນໄດ້ຮັບການປິ່ນປົວຢູ່ທີ່ນີ້. ປັດຈຸບັດ, ຢູ່ ໂຮງໝໍຊົ່ວຄາວ 3 ແຫ່ງຍັງພວມເຄື່ອນໄຫວ ແລະ ມີຄົນເຈັບພຽງກ່ວາ 100 ຄົນເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ