ໂຮນລັງດຳເນີນການລົງປະຊາມະຕິກ່ຽວກັບສັນຍາຮ່ວມສຳພັນລະຫວ່າງອີຢູ-ຢູແກຼນ
ໂຮນລັງດຳເນີນການລົງປະຊາມະຕິກ່ຽວກັບສັນຍາຮ່ວມສຳພັນລະຫວ່າງອີຢູ-ຢູແກຼນ
(ພາບ: nc4.info)
(vovworld) - ການລົງປະຊາມະຕິກ່ຽວກັບສົນທິສັນຍາຮ່ວມສຳພັນລະຫວ່າງຫະພາບເອີລົບ (ອີຢູ) ແລະ ຢູແກຼນ ຖືກດຳເນີນໃນວັນທີ 06/04, ຢູ່ໂຮນລັງ, ດ້ວຍຄຳຖາມທີ່ຍົກອອກມາແມ່ນ “ເພື່ອນສະໜັບສະໜູນ ຫຼື ຄັດຄ້ານເລື່ອງໃຫ້ສັດຕະຍາບັນສົນທິສັນຍາຮ່ວມສຳພັນລະຫວ່າງອີຢູ ແລະ ຢູແກຼນ ?”. ການລົງປະຊາມະຕິພຽງແຕ່ມີລັກສະນະພິຈາລະຈາ, ໝາຍຄວາມວ່າ, ລັດຖະບານໂຮນລັງ ບໍ່ບັງຄັບຕ້ອງປະຕິບັດຕາມໝາກຜົນຂອງການປ່ອນບັດ. ຖ້າຫາກອັດຕາສ່ວນຂອງຜູ້ມີສິດເລືອກຕັ້ງໄປປ່ອນບັດໜ້ອຍກວ່າ 30% ການລົງປະຊາມະຕິໄດ້ຮັບຖືວ່າແມ່ນບໍ່ຖືກຕາມກຳນົດ. ຖ້າຫາກອັດຕາສ່ວນນີ້ສູງກວ່າ 30% ນັ້ນ, ໝາກຜົນຈະແມ່ນຄຳຕອບຂອງຈຳນວນຜູ້ມີສິດເລືອກຕັ້ງປ່ອນບັດແມ່ນກວ່າ 50%.
ກ່ອນທີ່ຈະປະຕິບັດການລົງປະຊາມະຕິ, ບັນດາຜູ້ສະໜັບສະໜູນ ແລະ ຜູ້ຄັດຄ້ານສັນຍາລ້ວນແຕ່ດຳເນີນບັນດາບັ້ນໂຄສະນາໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ. ບັນດາຜູ້ສະໜັບສະໜູນຖືວ່າ, ສັນຍາໄດ້ຊ່ວຍໃຫ້ພັດທະນາການຮ່ວມມືລະຫວ່າງອີຢູ ແລະ ຢູແກຼນ, ກໍຄືການປະຕິຮູບຢູ່ປະເທດນີ້ໃນຂະນະທີ່ບັນດາຜູ້ຄັດຄ້ານຖືວ່າ, ສັນຍານີ້ໄດ້ສົ່ງຜົນສະທ້ອນເຖິງການພົວພັນລະຫວ່າງອີຢູ, ລັດເຊຍ ແລະ ຢູແກຼນ.