ໄຂກອງປະຊຸມ CG ກາງສະໄໝ ຢ່າງເປັນທາງການ

ໄຂກອງປະຊຸມ CG ກາງສະໄໝ ຢ່າງເປັນທາງການ - ảnh 1
ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ເຂົ້າຮ່ວມກອງປະຊຸມ
(ພາບ: Nguyen Linh)

(vovworld) – ​ວັນ​ທີ 5/6, ກອງ​ປະຊຸມ​ກາງ​ສະ​ໄໝ​ກຸ່ມ​ທີ່​ປຶກສາ​ບັນດາ​ນັກ​ອຸປະຖຳ​ໃຫ້​ແກ່​ຫວຽດນາມ (ຫຼື CG) ປີ 2012 ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະຄອນ ດົງ​ຮ່າ, ​ແຂວງ ກວາງ​ຈີ້. ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Hoang Trung Hai, ຜູ້ອຳນວຍການ​​ແຫ່ງ​ຊາດ​ທະນາຄານ​ໂລກ (ຫຼື WB) ປະຈຳ​ຫວຽດນາມ ທ່ານນາງ Victoria Kwa Kwa ​ແລະ ປະຊາ​ຄົມ​ບັນດາ​ນັກ​ອຸປະຖຳ ພ້ອມ​ກັບ​ການ​ນຳ 14 ​ແຂ​ວງ, ນະຄອນ​ທາງ​ພາກ​ກາງ​ຫວຽດນາມ. ກອງ​ປະຊຸມ CG ຄັ້ງ​ທີ 13 ​ໄດ້​ສຸມ​ໃສ່​ປຶກສາ​ຫາລື 3 ຫົວ​ຂໍ້​ຕົ້ນ​ຕໍ.​ ນັ້ນ​ແມ່ນ, ການ​ອັບ​ເດດສະພາບ​ການ​ເສດຖະກິດ​ມະຫາ​ພາກ​ຫວຽດນາມ: ສະພາບ​ການ​ເສດຖະກິດ​ມະຫາ​ພາກ ​ແລະ ການ​ເຕີບ​ໂຕ, ຜົນງານ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ລົບ​ລ້າງ​ຄວາມ​ອຶກ​ຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ການ​ທ້າ​ທາຍ​​ໃນ​ປະຈຸ​ບັນ​ໃນ​ພາລະກິດ​ຫຼຸດຜ່ອນ​ຄວາມທຸກ​ຍາກ ຢູ່​ຫວຽດນາມ, ບັນດາ​ການ​ທ້າ​ທາຍ​ຕົ້ນ​ຕໍ ​ແລະ ​ເນື້ອ​ໃນ​ໃນ​ນະ​ໂຍບາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ ຢູ່​ບັນດາ​ແຂວງ​ແຄມ​ທະ​ເລ​ທາງ​ພາກ​ກາງ​, ຄຸ້ມ​ຄອງ​ຜົນ​ຮ້າຍ​ຈາກ​ໄພພິບັດ​ທຳ​ມະ​ຊາດ, ສະພາບ​ການ​ປະຈຸ​ບັນ ​ແລະ ບັນດາ​ບັນຫາ​ຕົ້ນ​ຕໍ​ໃນ​ການ​ນຳ​ໃຊ້​ນະ​ໂຍບາຍ​ລະດັບ​ຊາດ ​ແລະ ​ລະດັບແຂ​ວງ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ຈາກ​ໄພພິບັດ​ທຳ​ມະ​ຊາດ ຢູ່​ບັນດາ​ແຂ​ວງ​ແຄມ​ທະ​ເລ​ທາງ​ພາກ​ກາງ. ກອງ​ປະຊຸມ CG ກາງ​ສະ​ໄໝ​ຄັ້ງ​ນີ້, ​ໄດ້​ສຸມ​ໃສ່​ປຶກສາ​ຫາລື ກ່ຽວ​ກັບ​ລັກສະນະ​ໂປ່​ງ​ໃສ​ດ້ານ​ການ​ເງິນ ​ໃນ​ການ​ນຳ​ໃຊ້​​ແຫຼ່ງທຶນ ODA ຊ່ວຍ​ເຫຼືອ​ລ້າ ​ແລະ ປະສິດທິ​ຜົນ​​ໃນການ​ເຄື່ອນ​ໄຫວ​ຂອງ​ລັດວິ​ສາ​ຫະກິດ​, ​ແທນ​​ໃຫ້​ແກ່​ການ​ລົງ​ເລິກ​ວຽກ​ງານ​ເຈລະຈາ​ຊອກ​ຫາ​ທຶນ​ຊ່ວຍ​ເຫຼືອ.

      ກ່າວຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ Hoang Trung Hai ​ໄດ້​ຢືນຢັນ​ວ່າ, ​ໃນ​ຊຸມ​ປີທີ່​ຜ່ານ​ມາ, ບັນດານັກ​ອຸປະຖຳ​ຕ່າງປະ​ເທດ​ໄດ້​ໜູນຊ່ວຍ​ໃຫ້​ແກ່​ລັດຖະບານ​ຫວຽດນາມ ດ້ວຍ​ຫຼາຍ​​ໂຄງການ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ​ຜົນ​ຮ້າຍ​ຈາກໄພ​ທຳ​ມະ​ຊາດຢູ່​ເຂດ​ພາກ​ກາງ. ອັດຕາ​ສ່ວນຄອບຄົວ​ທຸກ​ຍາກ​ຢູ່​ພາກ​ກາງ​​ໄດ້​ຫຼຸດ​ຜ່ອນ​ຢ່າງ​ວ່ອງໄວ ​ແຕ່​ຍັງ​ຢູ່​ລະດັບ​ສູງຢູ່, ພິ​ເສດ​ແມ່ນ​ທາງ​ທິດ​ເໜືອ​ພາກ​ກາງ, ອັດຕາ​ສ່ວນ​ທຸກ​ຍາກ​ສູງ​ກວ່າ​ລະ​ດັບ​ປານ​ກາງ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ບັນລຸ​ຈຸດໝາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ໄວ ​ແລະ ໝັ້ນຄົງ​ຢູ່​ເຂດ​ພາກ​ກາງ ລັດຖະບານ​ຫວຽດນາມ ​ແລະ ບັນດາ​ທ້ອງ​ຖິ່ນ​ທາງ​ພາກ​ກາງ ​ໄດ້​ສຸມ​ໃສ່​ປະຕິບັດ​ບັນດາ​ມາດ​ຕະການ​ນະ​ໂຍບາຍຫຼຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ຄົບ​ຊຸດ. ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ລັດຖະບານ​ຫວຽດນາມ ປາດ​ຖະໜາ​ຢາກ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກບັນດາ​ນັກ​ອຸປະຖຳ​ຕ່າງປະ​ເທດ. ທ່ານ​ຮອງ​ນາຍົກລັດ​ຖະມົນຕີ Hoang Trung Hai ​ຢືນຢັນວ່າ.

        “ລັດຖະບານ​ຫວຽດນາມ ​ຕີ​ລາຄາ​ສູງ​ບັນດາ​ການ​ຊ່ວຍ​ເຫຼືອນັ້ນ ​ແລະ ປາດ​ຖະໜາ​ວ່າ ​ບັນດາ​ນັກ​ອຸປະ​ຖຳສືບ​ຕໍ່​ຊ່ວຍ​ເຫຼືອ​ໃຫ້​ແກ່​ການ​ພັດ​ທະນາ​ເສດຖະກິດ, ສັງຄົມ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ໝັ້ນຄົງ​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ. ພວກ​ຂ້າພະ​ເຈົ້າ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ນຳ​ໃຊ້​ແຫຼ່ງທຶນ​ຂອງ​ນັກ​ອຸປະຖຳ​ຢ່າງ​ມີ​ປະສິ​ດທິຜົນ, ​ໂປ່ງ​​ໃສ, ຕ້ານ​ການຫ​ຍໍ້​ທໍ້. ​ເຊື້ອ​ໝັ້ນ​ວ່າ, ການ​​ເຈລະຈາ​ຈະ​ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ ບັນດາ​ນັກ​ອຸປະຖຳ​ຕ່າງປະ​ເທດ”.

ຂ່າວ/ບົດ​ອື່ນ