ໄຂ​ກອງ​ປະ​ຊຸມ​ຂັ​້ນ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ການ​ຕໍ່​ສູ້ກັບ ​ອາດ​ຊະ​ຍາ​ກຳ ​ຢາ​ເສບ​ຕິດ ​ຂ້າມ​ຊາດ

(VOVWORLD) -ວັນທີ 10 ກັນຍາ, ກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບການຍົກສູງປະສິດທິຜົນການຮ່ວມມືຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດຂ້າມຊາດໄດ້ໄຂຂຶ້ນຢູ່ຮ່າໂນ້ຍໂດຍມີການເຂົ້າຮ່ວມຂອງຜູ້ແທນກ່ວາ 200 ທ່ານ, ໃນນັ້ນມີ ແຂກຖືກເຊີນຕ່າງປະເທດເກືອບ 100 ທ່ານທີ່ມາຈາກປະເທດ ໄທ, ລາວ, ກຳປູເຈຍ, ມຽນມາ, ຟິລິບປິນ, ຈີນ; ອົງການປ້ອງກັນ, ຕ້ານຢາເສບຕິດ ແລະ ອາດຊະຍາກຳຂອງ ສປຊ (UNODC); ອົງການປ້ອງກັນ, ຕ້ານຢາເສບຕິດ ອາເມລິກາ (DEA), ຕຳຫຼວດສະຫະພັນ ອົດສະຕາລີ (AFP).
ໄຂ​ກອງ​ປະ​ຊຸມ​ຂັ​້ນ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ການ​ຕໍ່​ສູ້ກັບ ​ອາດ​ຊະ​ຍາ​ກຳ ​ຢາ​ເສບ​ຕິດ ​ຂ້າມ​ຊາດ - ảnh 1

ທ່ານພົນຕີຟ້າມວັນກາກ, ຫົວໜ້າກົມຕຳຫຼວດສືບສວນສອບສອນອາດຊະນາກຳຢາເສບຕິດ, ກະຊວງຕຳຫຼວດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ: VGP)

ກອງປະຊຸມຂັ້ນລັດຖະມົນຕີ 10 ປະເທດ ແລະ ຄູ່ຮ່ວມມືຈະປຶກສາຫາລື, ີເປັນເອກະພາບ, ຕີລາຄາກ່ຽວກັບວຽກງານປ້ອງກັນ, ຕ້ານຢາເສບຕິດ, ຈາກນັ້ນເຫັນໄດ້ແຈ້ງເຖິງຄວາມຮັບຜິດຊອບຂອງບັນດາປະເທດ, ບັນດາຄູ່ຮ່ວມມື ແລະ ຍົກອອກບັນດາມາດຕະການຮັບມືກັບສະພາບການອາດຊະຍາກຳຢາເສບຕິດໃນພາກພື້ນເຊິ່ງມີການຜັນແປໃໝ່ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ກອງປະຊຸມກໍ່ຈະຍົກອອກຖະແຫຼງການຮ່ວມ, ຢັ້ງຢືນຄຳໝັ້ນສັນຍາຂອງບັນດາປະເທດ ແລະ ບັນດາຄູ່ຮ່ວມມືເພື່ອແນໃສ່ແບ່ງປັນຄວາມຮັບຮູ້ລະດັບສູງກ່ຽວກັບລັກສະນະຈຳເປັນແລະ ຮີບດ່ວນຂອງການເພີ່ມທະວີການຮ່ວມມື ແລະ ສົມທົບກັນໃນການຕໍ່ສູ້ປາບປາມອາດຊະຍາກຳຢາເສບຕິດທັງຢູ່ພາຍໃນ ແລະ ຕ່າງປະເທດ.

           ໃນຂອບເຂດກອງປະຊຸມ, ຈະຈັດຕັ້ງບັນດາກອງປະຊຸມກຸ່ມ, ສອງຝ່າຍ ແລະ ກອວງປະຊຸມຄົບຄະນະຄື: ກອງປະຊຸມ 3 ຝ່າຍຂັ້ນລັດຖະມົນຕີ ຫວຽດນາມ - ກຳປູເຈຍ - ລາວຄັ້ງທີ 18 ກ່ຽວກັບການຮ່ວມມືປ້ອງກັນ, ຕ້ານຢາເສບຕິດ, ບັນດາກອງປະຊຸມສອງຝ່າຍລະຫວ່າງ ຫວຽດນາມ ແລະ ລາວ, ຫວຽດນາມ ແລະ ກຳປູເຈຍ, ກອງປະຊຸມສຳມະນາກຸ່ມປະຕິບັດງານ ອາຊຽນ, ການພົບປະຕ່າງໆຢູ່ນອກກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ