(ທ່ານນາຍົກລັດຖະມົນຕີມາເລເຊຍ,
ທັງເປັນປະທານກອງປະຊຸມຂັ້ນສູງອາຊຽນ Najib Razak)
(vovworld) - ວັນທີ 21/11, ກອງປະຊຸມຂັ້ນສູງ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) 27 ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ. ກ່າວຄວາມເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີມາເລເຊຍ, ທັງເປັນປະທານກອງປະຊຸມຂັ້ນສູງອາຊຽນ Najib Razak, ໄດ້ເນັ້ນໜັກວ່າ, ການສ້າງຕັ້ງປະຊາຄົມອາຊຽນ 2015 ແມ່ນບາດກ້າວປະຫວັດສາດສຳຄັນຍິ່ງຂອງອາຊຽນ, ນຳອາຊຽນກ້າວເຂົ້າສູ່ໄລຍະພັດທະນາໃໝ່ທີ່ສູງກວ່າ, ການສ້າງຕັ້ງປະຊາຄົມອາຊຽນຈະສືບຕໍ່ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງຫຼາຍກວ່າໃຫ້ແກ່ປະຊາຊົນ ແລະ ບັນດາປະເທດສະມາຊິກ.
ພາຍຫຼັງພິທີໄຂ, ບັນດາການນຳອາຊຽນ ໄດ້ເຂົ້າຮ່ວມວາລະປະຊຸມຄົບຄະນະກອງປະຊຸມຂັ້ນສູງອາຊຽນຄັ້ງທີ 27. ນະທີ່ນີ້, ບັນດາການນຳອາຊຽນເນັ້ນໜັກວ່າ, ການສ້າງຕັ້ງປະຊາຄົມອາຊຽນແມ່ນວິວັດທະນາການຕໍ່ເນື່ອງ, ທັງເຫັນດີເປັນເອກະສັນນຳກັນວ່າ, ອາຊຽນຄວນສືບຕໍ່ປັບປຸງ ແລະ ນຳການຮ່ວມສຳພັນອາຊຽນຂຶ້ນສູ່ລະດັບສູງໃໝ່ ບົນພື້ນຖານສືບທອດ ແລະ ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້. ຕາມນັ້ນແລ້ວ, ບັນດາການນຳອາຊຽນ ໄດ້ຮັບຮອງເອົາວິໄສທັດປະຊາຄົມອາຊຽນ 2025 ແລະ ສາມແຜນການສັງລວມຜັນຂະຫຍາຍວິໄສທັດດ້ວຍຫົວຂໍ້ວ່າ: “ອາຊຽນ 2025: ພ້ອມກັນກ້າວຂຶ້ນຢ່າງໝັ້ນຄົງ“
ພາຍຫຼັງວາລະປະຊຸມຄົບຄະນະ, ໄດ້ດຳເນີນພິທີລົງນາມໃນສົນທິສັນຍາອາຊຽນ ກ່ຽວກັບການຕ້ານການຄ້າມະນຸດ, ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ. ພິທີລົງນາມໃນຖະແຫຼງການສ້າງຕັ້ງປະຊາຄົມອາຊຽນ 2015, ຖະແຫຼງການວິໄສທັດປະຊາຄົມອາຊຽນ 2025 ຈະດຳເນີນໃນວັນທີ 22/11/2015, ດ້ວຍການເປັນສັກຂີພິຍານຂອງການນຳບັນດາປະເທດຄູ່ເຈລະຈາ ແລະ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ.
ໃນວັນດຽວກັນ, ບັນດາການນຳອາຊຽນ ສືບຕໍ່ລາຍການເຮັດວຽກກັບບັນດາກອງປະຊຸມຂັ້ນສູງອາຊຽນ - ຈີນ, ອາຊຽນ - ອິນເດຍ, ອາຊຽນ+3 ແລະ ອາຊຽນ - ອາເມລິກາ.