ໄຂກອງປະຊຸມຄັ້ງທີ 14 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 13

ໄຂກອງປະຊຸມຄັ້ງທີ 14 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 13 - ảnh 1
(ພາບປະກອບ)
(vovworld) -     ຕອນ​ເຊົ້າ​ວັນ​ທີ 14/01, ຢູ່​ຮ່າ​ໂນ້ຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ໄຂ​ກອງ​ປະຊຸມ​ຄັ້ງ​ທີ 14 ​ໂດຍພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຊີ້​ແຈ້ງວ່າ, ບາງ​ບັນຫາ​ໃຫຍ່​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​​ໃນຮ່າງ​ກົດໝາຍ 5 ສະບັບ ຈະ​ໄດ້​ສຸມ​ໃສ່ປຶກສາ​ຫາລື​ໃນ​ຄັ້ງ​ນີ້ຄື; ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບປັບປຸງ), ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາ​ອົບຮົມ​ກ່ຽວ​ກັບ​ການປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ; ຮ່າງກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການກໍ​ການ​ຮ້າຍ; ຮ່າງກົດໝາຍ​ວ່າ​ດ້ວຍປ້ອງ​ກັນ, ຫຼີກ​ລ້ຽງ, ຫຼຸດຜ່ອນ​ໄພ​ທຳ​ມະ​ຊາດ; ຮ່າງກົດໝາຍ​ວ່າ​ດ້ວຍ​ວິທະຍາສາດ ​ແລະ ​ເຕັກ​​ໂນ​ໂລ​ຊີ (ສະບັບ​ປັບປຸງ). ພິ​ເສດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ ມະຕິ​ແນະນຳ​ການ​ປະຕິບັດ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດກ່ຽວ​ກັບ​​ການ​ລົງ​ຄະ​ແນ​ນສຽງໄວ້​ວາງ​ໃຈ ​ແລະ ປ່ອນ​ບັດໄວ້​ວາງ​ໃຈ​ສຳລັບ​ຜູ້​ດຳລົງຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫຼື ​ໃຫ້​ສັດຕະຍາບັນ. ພາຍຫຼັງ​ວາລະໄຂ​ກອງ​ປະຊຸມ, ຄະນະ​ປະຈຳ​ສະພາ​​ແຫ່ງ​ຊາດຈະ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ໃສ່ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາອົບຮົມ​ກ່ຽວ​ກັບ​​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ​ໃນ​ນັ້ນ, ມີ​ບາງ​ບັນຫາ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຄື; ຂອບ​ເຂດ​ປັບປຸງ​ຂອງ​ກົດໝາຍ, ສູນ​ສຶກສາ​ການປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ; ອົງການ​​ໃຫ້​ຄຳ​ປຶກສາ, ຊີ້​ນຳ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ກອງ​ປະຊຸມ​ຈະ​ແກ່ຍາວ​ເຖິງ​ຮອດ​ວັນ​ທີ 16/01 ຈຶ່ງ​ຈະ​ອັດ​ລົງ.
ຂ່າວ/ບົດ​ອື່ນ