ພາບປະກອບ
(vovworld)- ຕອນເຊົ້າວັນທີ 25/2 ຢູ່ ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມຄັ້ງທີ 15. ກອງປະຊຸມດຳເນີນໃນເວລາ 2 ວັນ ຄືວັນທີ 25 ແລະ 26/2. ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ຊີ້ແຈງວ່າ: ທີ່ກອງປະຊຸມຄັ້ງນີ້ ຄະນະປະຈຳສະພາແຫ່ງຊາດ ຈະປຶກສາຫາລືບັນດາເນື້ອໃນທີ່ສຳຄັນເພື່ອກະກຽມໃຫ້ແກ່ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ຈະມາເຖິງ. ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນກ່ຽວກັບບາງບັນຫາໃຫຍ່ທີ່ຍັງມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານກໍ່ການຮ້າຍ; ກົດໝາຍສະບັບປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການພັກອາໄສ, ພິຈາລະນາ, ຮັບຮອງເອົາລັດຖະບັນຍັດສະບັບປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງລັດຖະບັນຍັດກ່ຽວກັບການຄຸ້ມຄອງ, ນຳໃຊ້ອາວຸດ, ວັດຖຸລະເບີດ ແລະ ອຸປະກອນຫນູນຊ່ວຍ. ເພື່ອສືບຕໍ່ປັບປຸງ, ປ່ຽນໃຫມ່, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ທີ່ກອງປະຊຸມຄັ້ງນີ້, ແຜນຮ່າງປ່ຽນໃຫມ່ກົງຈັກຊ່ວຍວຽກຂອງສະພາແຫ່ງຊາດຈະຖືກນຳມາປຶກສາຫາລື. ເມື່ອເວົ້າເຖິງບັນຫານີ້, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເນັ້ນຫນັກວ່າ: ກົງຈັກຊ່ວຍວຽກຂອງສະພາແຫ່ງຊາດ, ຂອງບັນດາອົງການຂອງສະພາແຫ່ງຊາດ ມີບົດບາດສຳຄັນທີ່ສຸດ, ສະນັ້ນ ຄວນພິຈາລະນາແຜນຮ່າງປ່ຽນໃຫມ່ໂຄງປະກອບກົງຈັກ, ພາລະບົດບາດ, ຫນ້າທີ່, ສິດອຳນາດກໍຄືຂັ້ນຕອນບໍລິຫານໃນການຊ່ວຍແກ່ວຽກບັນດາອົງການຂອງສະພາແຫ່ງຊາດ.