ໄຂກອງປະຊຸມຄັ້ງທີ 5 ຄະນະປະຈຳສະພາແຫ່ງຊາດ

ໄຂກອງປະຊຸມຄັ້ງທີ 5 ຄະນະປະຈຳສະພາແຫ່ງຊາດ - ảnh 1
( ພາບ : http://nguyensinhhung.net )

ຕອນ​ເຊົ້າ​ວັນ​ທີ 10 ມັງກອນ, ຢູ່ ຮ່າ​ໂນ​ຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດໄດ້​ໄຂ​ກອງ​ປະຊຸມ​ຄັ້ງ​ທີ 5, ​ເພື່ອ​ປຶກສາ​ຫາລື​ບັນດາ​ບັນຫາທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງກົດໝາຍວ່າ​ດ້ວຍ​ການ​​ເຜີ​ຍ​ແຜ່​​ສຶກສາ​ອົບຮົມດ້ານກົດໝາຍ ແລະ ກົດໝາຍ​ວ່າ​ດ້ວຍ​ການ​ປັບ​ໄໝການລະ​ເມີດທາງ​ບໍລິຫານ, ບັນ​ດາ​ຄຳ​ຄິດຄຳ​ເຫັນ​ລ້ວມ​ແຕ່​​ໄດ້ຖື​ວ່າ, ປະຈຸ​ບັນ, ວຽກ​ງານ​ເຜີຍ​ແຜ່, ສຶກສາ​ອົບຮົມກົດໝາຍ​ຍັງ​ເຮັດ​ໃຫ້ປະຊາຊົນ​ຕົກເຂົ້າ​ໃນ​ທ່າ​ຮັບ, ຍັງ​ບໍ່​ທັນ​ສ້າງ​ເງື່ອນ​ໄຂ​ເພື່ອ​​ໃຫ້ປະຊາຊົນ​​ເພີ່ມ​ລະດັບ​ຄວາມ​ຮູ້, ​ແລະ ​ເຂົ້າ​ໃຈ​ກ່ຽວ​ກັບ​ກົດໝາຍຕ່າງໆ ​ເມື່ອ​ມີ​ຄວາມ​ຕ້ອງການ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ຖື​ວ່າມີບາງ​ບັນຫາ​ໃນ​ຮ່າງ​ກົດໝາຍ​ໄດ້ຮັບການ​ດັດແກ້​ ແຕ່​ຍັງ​ມີລັດ​ສະ​ນະ​ລວມໆ, ຍັງ​ບໍ່​ທັນ​ມີ​ຄວາມ​ກະຈ່າ​ງ​ແຈ້ງ​ດ້ານ​ພຶດຕິ​ກຳ​ຕົວ​ຈິງ, ຄວາມ​ເປັນ​ໄປ​ໄດ້​ ແລະ ປະສິດທິ​ຜົນ​ຂອງ​ການ​ໂຄສະ​ນາ, ​ເຜີຍ​ແຜ່​ກົດໝາຍ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເວົ້າ​ວ່າ.

“ ປະຈຸ​ບັນເມື່ອ​ເວົ້າ​​ເຖິງ​ການ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ​ແຕ່​ເຜີຍ​ແຜ່​​​ໃຫ້​ໃຜພັດ​ບໍ່​ເວົ້າ, ​​​ໃຜ​ແມ່ນ​ເປົ້າ​ໝາຍຕ້ອງ​ຮຽນ, ໜ້າ​ທີ​ຮັບ​ຜິດ​ຊອບຂອງ​ຜູ້​ຮຽນ, ຜູ້​ຄວນ​ຊອກ​ຮູ້​ກົດໝາຍ​ພັດບໍ່​ເວົ້າ​ເຖິງ. ຮ່າງ​ກົດໝາຍ​ດັ່ງກ່າວກໍ່​ຍັງ​ເຮັດ​ໃຫ້​ລັດ​ຕົກ​ເຂົ້າ​ສູ່​ທ່າ​ຮັບ, ​ເຮັດ​ພຽງ​​ແຕ່​ສົ້ນ​ດຽວ, ຂາດ​ຄວາມຮັບຜິດຊອບ​ຂອງ​ປະຊາ​ຊົນ ​ແລະ ຜູ້​ຈັດ​ຕັ້ງ​ປະ​ຕິ​ບັດ​ດ້ານ​ກົ​​ດໝາຍ ” .

ຂ່າວ/ບົດ​ອື່ນ