ໄຂກອງປະຊຸມຄັ້ງທີ 68 ຂອງສະມັດຊາໃຫຍ່ ສປຊ

ໄຂກອງປະຊຸມຄັ້ງທີ 68 ຂອງສະມັດຊາໃຫຍ່ ສປຊ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon ​ແລະ ທ່ານ​ປະທານ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ John W.Ashe
(ພາບ: Un.org)

(vovworld) –  ວັນ​ທີ 17/9, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon ​ແລະ ທ່ານ​ປະທານ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ John W.Ashe, ກອງ​ປະຊຸມໃຫຍ່​ສະຫະ​ປະຊາ​ຊາດ (ສປຊ) ຊຸດ​ທີ 68 ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້ຕາງໜ້າ​ທີ່​ມາ​ຈາກ 193 ປະ​ເທດ​ສະມາຊິກ ​ແລະ ຫຼາຍ​ອົງການ​ສາກົນ, ພາກ​ພື້ນ. ກ່າວ​ຄຳ​ເຫັນທີ່​ພິທີ​ໄຂ, ທ່ານ John W.Ashe, ປະທານ​ສະມັດຊາ​ໃຫຍ່​ ສປຊ ຊຸດ​ທີ 68 ​ເນັ້ນ​ໜັກ​ຄວາມ​ຕ້ອງການ​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ທົ່ວ​ໂລກ​ໃນ​ຊຸມ​ປ​ີຈະ​ມາ​ເຖິງ​ເມື່ອ​ບັນດາ​ຈຸດໝາຍ​ພັດທະນາ​ໃນ​ປະຈຸ​ບັນຈະ​ສິ້ນ​ສຸດ​ລົງໃນ​ປີ 2015. ຫົວ​ຂໍ້​ຂອງ​​ກອງ​ປະຊຸມ​ໃຫຍ່​ ສປຊ ຊຸດ​ທີ 68 ​ແມ່ນ “ຫັນ​ໂຄງການ​ພັດທະນາ​ຫຼັງ​ປີ 2015 ​​ໃຫ້​ປະກົດ​ຜົນ​ເປັນ​ຈິງ ”, ຫົວ​ຂໍ້​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ບັນດາ​ປະ​ເທດ​ສະມາຊິກ. ​ກອງ​ປະຊຸມສະມັດຊາ​ໃຫຍ່​ ສປຊ ຊຸດ​ທີ 68 ຈະ​ແກ່ຍາວ​ຮອດ​ກາງ​​ເດືອນ 9/2014, ສະມັດຊາ​ໃຫຍ່ ສປຊ ຈະ​ສຸມ​ໃສ່​ທຸກໆ​ຄວາມ​ມານ​ະພະຍາຍາມ​ເພື່ອ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ​ສາກົນ​ດ້ວຍການ​ແກ້​ໄຂ​ບັນດາ​ບັນຫາ​ພວມ​ພົ້ນ​ເດັ່ນ ​ແລະ ​ແກ່ຍາວ​ແຕ່​ກອງ​ປະຊຸມ​ຊຸດ​ກ່ອນ, ພະຍາຍາມ​​​​ຊອກ​ຫາ​ມາດຕະ​ການ​​ໂດຍສັນຕິ​ໃຫ້​ແກ່​ການ​ປະ​ທະ​ກັນ​ຄັ້ງ​ຕ່າງໆໃນໄລຍະ​ໄວ​ທີ່​ສຸດ, ພິ​ເສດ​ແມ່ນ​ການ​ປະ​ທະ​ກັນ​ຢູ່ ຊີຣີ ​ແລະ ສະ​ກັດ​ກັ້ນ​ບໍ່​ໃຫ້​​ເກີດ​ການ​ປະ​ທະ​ກັນ​ຄັ້ງ​​ໃໝ່.

ຂ່າວ/ບົດ​ອື່ນ