ໄຂກອງປະຊຸມຄັ້ງທີ10ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

ໄຂກອງປະຊຸມຄັ້ງທີ10ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ - ảnh 1

(vovworld) – ຕອນ​ເຊົ້າ​ວັນ​ທີ 5/1, ຢູ່​ຮ່າ​ໂນ້ຍ, ກອງ​ປະ​ຊຸມ​ຄັ້ງ​ທີ 10, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 11 ໄຂ​ຂຶ້ນ​ຢ່າງ​ສົມ​ກຽດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ເປັນ​ປະ​ທານ ແລະ ມີ​ບົດ​ກ່າວ​ປາ​ໄສ​ສຳ​ຄັນ​ໄຂ​ກອງ​ປະ​ຊຸມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ​ ຊີ້​ແຈ້​ງວ່າ: ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ສຳ​ລັບ​ການ​ຊີ້​ນຳ, ນຳ​ພາ​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ໜ້າ​ທີ່​ຂອງ​ປີ 2015 ກໍ່​ຄື​ທັງ​ອາ​ຍຸ​ການ ແລະ ຈັດ​ຕັ້ງ​ກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ທຸກ​ຂັ້ນ​ສ​ຳ​ເລັດ​ຜົນ, ມຸ່ງ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ, ຮຽກ​ຮ້ອງ​ວ່າ:

        “ສະ​ເໜີ​ໃຫ້​ບັນ​ດາ​ຜູ້​ແທນ​ສູນ​ກາງ​ຄົ້ນ​ຄ້​ວາ​ຢ່​າງ​ລະ​ອຽດ, ປຶກ​ສາ​ຫາ​ລື, ປະ​ກອບ​ຄຳ​ເຫັນ​​​ໃຫ້ຮ່າງ​ບົດ​ລາຍ​ງານ. ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ຂໍ້​ສະ​ເໜີ, ຂໍ້​ສະ​ເໜີ​ແນະ​ລະ​ອຽດ​ໃນ​ບົດ​ຍື່ນ​ສະ​ໜີ. ພິ​ເສດ, ເອົາ​ໃຈ​ໃສ່​ເຂົ້າ​ບັນ​ດາ​ບັນ​ຫາ​ໃຫ​ຍ່, ບັນ​ດາ​ເນື້ອ​ໃນ​ສຳ​ຄັນ​ກ່ຽວກັບ​ທັດ​ສະ​ນະ, ແນວ​ຄິດ​ຊີ້​ນຳ, ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ, ມາດ​ຕະ​ການ​ປ່ຽນ​ໃໝ່ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ, ມີ​ລັກ​ສະ​ນະ​ບຸກ​ທະ​ລຸ ແລະ ບັນ​ດາ​ບັນ​ຫາ​ຍັງ​ມີ​ຄວາ​ມ​ເຫັນ​ແຕກ​ຕ່າງ​ກັນ. ສຳ​ລັບ​ແຕ່​ລະ​ບັນ​ຫາ​ຕ້ອງ​ໄຈ້​ແຍກ, ຕີ​ລາ​ຄາ​ສະ​ພາບ​ການ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 11 ແລະ ບັນ​ດາ​ມະ​ຕິ​ສູນ​ກາງ.”

ກ່ຽວ​ກັບ​ບົດ​ລາຍ​ງານ​ດ້ານ​ເສດຖະກິດ, ສັງຄົມ, ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟຸຈ້ອງ ຊີ້​ແຈ້ງວ່າ, ນີ້​ແມ່ນ​ບົດ​ລາຍ​ງານຫົວ​ເລື່ອງສະ​ເພາະ​ສຳຄັນທີ່​ສຸດ, ​​ລົງ​ເລິກ​​ເຂົ້າ​ຂົງ​ເຂດ​ພື້ນຖານ, ໜ້າ​ທີ່​ຈຸດ​ສຸມ​ຂອງ​ພາລະກິດ​ປ່ຽນ​ໃໝ່. ທ່ານ​ເລຂາ​ທິການ​ໃຫຍ່​ສະ​ເໜີ​ໃຫ້​ສູນ​ກາງ ບົນ​ພື້ນຖານ​ຕີ​ລາຄາ​​ສະພາບ​ການ​ເສດຖະກິດ​ສັງຄົມ​ຫວຽດນາມ ​ໃນ​ປະຈຸ​ບັນ, ຄິດ​ໄລ​່ເຖິງ​ກາລະ​ໂອກາດ, ຄວາມ​ສະດວກ​​ ​ແລະ ຄວາມ​ຫຍຸ້ງຍາກ, ​ສິ່ງທ້າ​ທາຍຕ້ອງ​ຜ່ານ​ຜ່າ, ປະກອບສ່ວນ​ກຳນົດ​ທິດ​ທາງ, ຈຸດໝາຍ, ໜ້າ​ທີ່ ​ແລະ ມາດ​ຕະການ​ພັດທະນາ​ເສດຖະກິດ​ສັງຄົມ 5 ປີ​ໄລຍະ 2016 – 2020. ທ່ານ​​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ເນັ້ນ​ໜັກ​ວ່າ.

        “​ເນື້ອ​ໃນ​ລາຍກາ​ນກອງ​ປະຊຸມ​ສູນ​ກາງ​ຄັ້ງນີ້ ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດສຳລັບ​ການ​ຊີ້​ນຳ, ນຳພາປະຕິບັດ​ບັນດາ​ໜ້າ​ທີ່​ຂອງ​ປີ 2015 ກໍ່​ຄື​ທັງ​ອາຍຸ​ການ​ ​ແລະ ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນ​ໃຫ້​ສຳ​ເລດ, ກ້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​. ສະ​ນັ້ນ, ສະ​ເໜີ​ໃຫ້​ບັນດາ​ກຳມະການ​ສູນ​ກາງ​ພັກ ​ແລະ ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ ຈົ່ງເສີມ​ຂະຫຍາຍ​ພູມ​ປັນຍາ, ນ້ຳ​ໃຈ​ຮັບ​ຜິດ​ຊອບ​ຕໍ່​ພັກ, ຕໍ​່ປະຊາຊົນ ​ແລະ ປະ​ເທດ​ຊາດ, ສຸມ​ໃສ່​ຄົ້ນຄວ້າ, ປຶກສາ​ຫາລື​ຢ່າງ​ລະອຽດ, ​ໃຫ້​ຄຳ​ເຫັນ​ເພື່ອ​ສືບ​ຕໍ່​ສຳ​ເລັດ​ບັນດາບົດ​ລາຍ​ງານ, ​ແຜນ​ຮ່າງ ​ແລະ ພິຈາລະນາ, ຕົກລົງ​ບັນດາ​ບັນຫາ​ສຳຄັນ​ອື່ນໆ​ໃນ​ລາຍການ​ຂອງ​ກອງ​ປະຊຸມ”.

        ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 10, ຊຸດ​ທີ 11 ຈະ​ເຮັດ​ວຽກ​ຮອດ​ວັນ​ທີ 12/01/2015.

ຂ່າວ/ບົດ​ອື່ນ