ໄຂກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 30
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 11/08, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ໄຂກອງປະຊຸມຄັ້ງທີ 30 ຂຶ້ນດ້ວຍເນື້ອໃນຈຸດສຸມແມ່ນວຽກງານສ້າງກົດໝາຍ. ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະສຸມໃສ່ໃຫ້ຄຳເຫັນກ່ຽວກັບບາງບັນຫາໃຫຍ່ທີ່ຍັງມີຄວາມເຫັນແຕກຕ່າງກັນຂອງບັນດາຮ່າງກົດໝາຍຄື: ຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ) ຮ່າງກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີ່ມບາງມາດຕາຂອງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນຫວຽດນາມ ແລະ ກົດໝາຍວ່າດ້ວຍຕຳຫຼວດປະຊາຊົນ (ສະບັບປັບປຸງ); ກົດໝາຍວ່າດ້ວຍເຮືອນຢູ່ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີ່ມບາງມາດຕາຂອງກົດໝາຍວ່າດ້ວຍການປະຕິບັດຄຳຕັດສິນຂອງສານສຳລັບຄະດີແພ່ງ, ກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ (ສະບັບປັບປຸງ)… ຄະນະປະຈຳສະພາແຫ່ງຊາດກໍ່ໃຫ້ຄຳເຫັນໃສ່ມະຕິກ່ຽວກັບເລື່ອງຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບໂລກ ແລະ ປຶກສາຫາລືບາງເນື້ອໃນສຳຄັນອື່ນໆ.
ໃນຕອນເຊົ້າວັນທີ 11/08, ໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ), ສະມາຊິກຄະນະປະຈຳສະພາແຫ່ງຊາດສ່ວນຫຼາຍ ໄດ້ເຫັນດີກັບຫຼາຍເນື້ອໃນທີ່ໄດ້ຮັບການຮັບຮອງ, ປັບປຸງ. ແຕ່ວ່າ, ຜ່ານການປຶກສາຫາລື, ມີຫຼາຍຄຳເຫັນຍັງເປັນຫວ່ງກັງວົນຕໍ່ຂໍ້ກຳນົດຂົງເຂດຫ້າມລົງທຶນ ແລະ ຂົງເຂດທີ່ລົງທຶນມີເງື່ອນໄຂ. ທ່ານ ຫງວຽນດຶກຮ່ຽນ, ຫົວໜ້າຄະນະແກ້ໄຂຄຳຮ້ອງປະຊາຊົນຂອງສະພາແຫ່ງຊາດ ຖືວ່າ.
“ຂ້າພະເຈົ້າເຫັນວ່າ ຕ້ອງກຳນົດຢ່າງຈະແຈ້ງບັນດາຂະແໜງອາຊີບໃດແມ່ນມີເງື່ອນໄຂ. ທີ 2 ແມ່ນບັນດາເງື່ອນໄຂເພື່ອປະຕິບັດຂະແໜງອາຊີບນັ້ນແມ່ນຫຍັງ. ສະເໜີໃຫ້ລັດຖະບານ ກຳນົດບັນດາຂະແໜງອາຊີບດັ່ງກ່າວບົນພື້ນຖານຂໍ້ກຳນົດກ່ຽວກັບດ້ານຫຼັກການຂອງກົດໝາຍດັ່ງກ່າວຫຼື ກວດກາຄືນເພື່ອນຳເຂົ້າກົດໝາຍ”.
ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ອົງການຮຽບຮຽງກົດໝາຍ ແລະ ອົງການທີ່ມີໜ້າທີ່ຕ້ອງຄົ້ນຄວ້າຢ່າງຕັ້ງໜ້າ, ຮີບດ່ວນຮັບເອົາຄຳເຫັນຂອງຄະນະປະຈຳສະພາແຫ່ງຊາດ, ເພີ່ມເຕີມບັນຊີລາຍຊື່ຂົງເຂດຫ້າມລົງທຶນ ແລະ ຂົງເຂດລົງທຶນທີ່ມີເງື່ອນໄຂ, ຮັບປະກັນຍື່ນສະເໜີກົດໝາຍທີ່ກອງປະຊຸມຂອງສະພາແຫ່ງຊາດຈະມາເຖິງ.