ໄຂກອງປະຊຸມນະໂຍບາຍປ້ອງກັນຄວາມສະຫງົບເວທີປາໄສພາກພື້ນອາຊຽນຄັ້ງທີ 13


ໄຂກອງປະຊຸມນະໂຍບາຍປ້ອງກັນຄວາມສະຫງົບເວທີປາໄສພາກພື້ນອາຊຽນຄັ້ງທີ 13 - ảnh 1
ກອງ​ປະ​ຊຸມ​ນະ​ໂຍ​ບາຍ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ເວ​ທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ​ ຄັ້ງ​ທີ 13
ໄດ້​ຖືກ​ໄຂ​ຂຶ້​ນ​ຢ່າງ​ເປັນ​ທ​າງ​ການ​ຢູ່​ນະ​ຄອນຫຼວງວຽງ​ຈັນ
(TTXVN)

(vovworld)- ຕອນ​ເຊົ້າ​ວັນ​ທີ 6/5, ກອງ​ປະ​ຊຸມ​ນະ​ໂຍ​ບາຍ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ເວ​ທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ​ຄັ້ງ​ທີ 13 ໄດ້​ຖືກ​ໄຂ​ຂຶ້​ນ​ຢ່າງ​ເປັນ​ທ​າງ​ການ​ຢູ່​ນະ​ຄອນຫຼວງວຽງ​ຈັນ. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ໂດຍ​ທ່ານ​ພົນ​ຈັດ​ຕະ​ວາ ວູ້​ຕ້ຽນ​ຈ້ອງ ຫົວ​ໜ້າ​ສະ​ຖາ​ບັນ​ພ​ົວ​ພັນ​ປ້ອງ​ກັນ​ຊາດສາ​ກົນ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ​ເປັນ​ຫົວ​ໜ້າ​ຄະ​ນະ​ໄດ້​ເຂົ້າ​ຮ່ວມ​ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ພົນ​ຕີ ອອນ​ສີ ແສນ​ສຸກ ຫົວ​ໜ້າ​ຫ້ອງ​ການ​ ກະ​ຊວງ​ປ້ອງ​ກັນ​ປະ​ເທດລາວ​ໄດ້​ເນັ້ນ​ໜັກ​ວ່າ ກອງ​ປະ​ຊຸມ​ນະ​ໂຍ​ບາຍ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ເວ​ທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ​ຄັ້ງ​ທີ 13 ຖືກ​ດຳ​ເນີນ​ໃນ​ສະ​ພາບ​ການ​ພາກ​ພື້ນ ແລະ ສາ​ກົນ​ມີ​ການ​ຫັນ​ປ່ຽນ​ຢ່າງ​ສັບ​ສົນ, ມີ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍຫຼາຍ​ຢ່າງ. ທ່ານ​ພົນ​ຕີ ອອນ​ສີ ແສນ​ສຸກ ຫົວ​ໜ້າ​ຫ້ອງ​ການ​ ກະ​ຊວງ​ປ້ອງ​ກັນ​ປະ​ເທດລາວ ໄດ້​ຮຽກ​ຮ້ອງ​ໃຫ້​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ​ໃນ​ກົນ​ໄກ​ຮ່ວມ​ມື 2 ຝ່າຍ ແລະ ຫຼາຍ​ຝ່າຍ ແນ​ໃສ່​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ. ນອກ​ຈາກນັ້ນ, ບັນ​ຫາ​ແຫຼມ​ເກົາຫຼີ ແລະ ທະ​ເລ​ຕາ​ເວັນ​ອອກ​ພວມ​ກາຍ​ເປັນ​ຫົວ​ເລື່ອງ​ທີ່​ເຄັ່ງ​ຮ້ອນ​ເຮັດ​ໃຫ້ຫຼາຍ​ປະ​ເທດ​ມີ​ຄວາມ​ເປັນ​ຫ່ວງ​ກັງ​ວົນ.

 

 

ຂ່າວ/ບົດ​ອື່ນ