ໄຂກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກ້ວາງ

ໄຂກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກ້ວາງ - ảnh 1
ບັນດາລັດຖະມົນຕີເຂົ້າຮ່ວມກອງປະຊຸມ
(ພາບ: ສຳນັກຂ່າວສານ ຫວຽດນາມ/TTXVN)

(vovworld) – ຕອນ​ເຊົ້າ​ວັນ​ທີ 29/8, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ພ້ອມ​ກັບ​​ເຈົ້າ​ໜ້າ​ທີ່ການ​ທະຫານ ​ແລະ ປ້ອງ​ກັນ​ປະ​ເທດ​ຂັ້ນ​ສູງ​ຂອງບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ 8 ປະ​ເທດ​ຄູ່​ຮ່ວມ​ມື, ເຈ​ລະ​ຈາ ​ແມ່ນ: ອົດ​ສະ​ຕາ​ລີ, ຈີນ, ອິນ​ເດຍ, ຍີ່ປຸ່ນ, ນິວຊີ​ແລນ, ລັດ​ເຊຍ, ສ ​ເກົາຫຼີ ​ແລະ ອາ​ເມລິ​ກາ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ ​ເປີດ​ກ້ວາງ (ADMM+) ຢູ່​ບຣູ​ໄນ. ຄະນະ​ຜູ້​ແທນ​ທະຫານ​ຂັ້ນ​ສູງ ຫວຽດນາມ ​ໂດຍ​ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ນຳ​ໜ້າ ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ທີ່​ກອງ​ປະຊຸມ, ບັນດາ​ລັດຖະມົນຕີ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກບັນດາ​ບັນຫາ​ຄວາ​ມໝັ້ນ​ຄົງ​​ໃນພາກ​ພື້ນ ​ແລະ ສາກົນ, ຕີ​ລາຄາ​ບັນດາ​ຄວາມ​ຄືບ​ໜ້າ​ທີ່​ບັນລຸ​ໄດ້​ໃນ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ແທດ​ຈິງ​ທີ່​ໄດ້​ວາງ​ອອກ​ກ່ອນ​ນີ້ 2 ປີ​ຢູ່ ຮ່າ​ໂນ້ຍ ​ແລະ ວາງ​ອອກ​ທິດ​ທາ​ງພັດທະນາ​ໃນ 2 ປີ​ຈະ​ມາ​ເຖິງ​ເມື່ອ​ໂຮມ​ປະຊຸມ​ຢູ່ ມາ​ເລ​ເຊຍ ​ໃນ​ປີ 2015. ຕາມ​ວົງ​ການ​ຜູ້​ສັງ​ເກດ​ການ​ແລ້ວ, ນັບ​ແຕ່​ເມື່ອ​ໄດ້​ຮັບ​ການຈັດ​ຕັ້ງ​ເປັນ​ຄັ້ງ​ທຳ​ອິດ​ຢູ່ ຮ່າ​ໂນ້ຍ​ໃນ​ປີ 2010, ADMM+ ​ໄດ້​ເຊື່ອມ​ໂຍງ​ເຂົ້າ​ໂຄງ​ປະກອບ​ຄວາມ​ໝັ້ນຄົງ​ພາກ​ພື້ນ, ​ແມ່ນ​ເວທີ​ປາ​ໄສ​ເພື່ອ​ໃຫ້​ບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນຊາ​ດຂັ້ນ​ສູງ​ປຶກສາ​ຫາລື​ບັນ​ດາ​ບັນຫາ​ຄວາມ​ໝັ້ນຄົງ​ສຳຄັນ​ໃນ​ພາກ​ພື້ນເປັນ​ປະຈຳ ​ແລະ ສ້າງ​ຂອບ​ເຂດ​ລວມ​ໃຫ້​ແກ່​ການ​ຮ່ວມ​ມື​ຫຼາຍ​ຝ່າຍ​ລະຫວ່າງ​ກອງທັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ.

 

 

ຂ່າວ/ບົດ​ອື່ນ