ນະຄອນToyama ບ່ອນທີ່ດຳເນີນກອງປະຊຸມ
ພາບ:baotintuc
|
(vovworld)- ວັນທີ 15/5, ບັນດາລັດຖະມົນຕີສິ່ງແວດລ້ອມພ້ອມກັບຜູ້ຕາງຫນ້າກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ໄດ້ເລີ່ມຕົ້ນກອງປະຊຸມລັດຖະມົນຕີສິ່ງແວດລ້ອມ G7 ໃນເວລາ 2 ວັນ ຢູ່ ນະຄອນ Toyama ຂອງຍິ່ປຸ່ນ. ກ່າວຄຳເຫັນໄຂກອງປະຊຸມ, ລັດຖະມົນຕີສິ່ງແວດລ້ອມ ຍີ່ປຸ່ນ Tamayo Marukawaໄດ້ຮຽກຮ້ອງບັນດາປະເທດ G7 ຕ້ອງສືບຕໍ່ຮ່ວມມືນຳກັນມຸ່ງໄປເຖິງ “ສັງຄົມໝັ້ນຄົງ”. ຄາດວ່າໃນມື້ທຳອິດຂອງກອງປະຊຸມ, ບັນດາບັນຫາໄດ້ຮັບການປຶກສາຫາລື ລວມມີ ບັນດາຄວາມຄືບຫນ້າທີ່ບັນລຸໄດ້ໂດຍອີງໃສ່ບັນດາຄາດໝາຍພັດທະນາແບບຍື່ນຍົງຂອງ ສປຊ ຄື: ການຫລຸດຜ່ອນຄວາມອຶດຫຶວທຸກຍາກ, ຫລຸດຜ່ອນ ແລະຜະລິດສິ່ງເສດເຫລືອຄືນໃຫມ່. ວັນທີ16/5 ຈະດຳເນີນວາລະປຶກສາຫາລືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນ ບັນດາລັດຖະມົນຕີ ຄາດວ່າຈະຊຸກຍູ້ຜັນຂະຫຍາຍສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໂດຍໄວ. ເຫດການດັ່ງກ່າວແມ່ນຫນຶ່ງໃນບັນດາການປະຊຸມຂັ້ນລັດຖະມົນຕີກ່ອນທີ່ກອງປະຊຸມສຸດຍອດ G7 ຄາດວ່າຈະດຳເນີນໃນວັນທີ 26-27/5 ຈະມາເຖິງ ຢູ່ ແຂວງ Mie ພາກກາງ ຍີ່ປຸ່ນ.