ໄຂກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດ - ເສດຖະກິດຄັ້ງທີ 26 ຂອງ APEC

   ໄຂກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດ - ເສດຖະກິດຄັ້ງທີ 26 ຂອງ APEC - ảnh 1
(ພາບ​ປະ​ກອບ)

(vovworld)-  ຕອນ​ບ່າຍ​ວັນ​ທີ 7/11, ກອງ​ປະ​ຊຸມ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ - ເສດ​ຖະ​ກິດ​ຄັ້ງ​ທີ 26 ຂອງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​-ປາ​ຊີ​ຝິກ APEC ໄດ້​ຖືກ​ໄຂ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ປັກ​ກິີງ​ປະ​ເທດ​ຈີນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມຝ້າມ​ບີງ​ມິນ​ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ.

    ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມຝ້າມ​ບີງ​ມິນ​ໄດ້​ສະ​ເໜີ​ວ່າ ໃນ​ໄລ​ຍະ​ໃໝ່, ການ​ຮ່ວມ​ມື ແລະ ຮ່ວມ​ສຳ​ພັນ​ຂອງ APEC ຄວນ​ຜູກ​ພັນ​ກັນ​ຢ່າງ​ສະ​ໜິດ​ແໜ້ນ ແລະ ມຸ່ງ​ໄປ​ສູ່​ຈຸດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ເອົາ​ໃຈ​ໃສ່ຫຼຸດ​ຜ່ອນ​ຄວາມ​ແຕກ​ໂຕນໃນ​ການ​ພັດ​ທະ​ນາ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ລົບ​ລ້າງ​ຄວາມ​ອຶດ​ຫິວ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ຮັບ​ມືຶ​ກັບ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ