(vovworld) - ພິທີໄຂກອງປະຊຸມວິທະຍຸກະຈາຍສຽງ ອາຊີ (Radio Asia 2013) ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 29/7, ຢູ່ ຮ່າໂນ້ຍ. ເຂົ້າຮ່ວມພິທີໄຂ, ມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ, ທ່ານເລຂາທິການໃຫຍ່ສະຫະສະມາຄົມກະຈາຍສຽງ - ໂທລະພາບ ອາຊີ - ປາຊີຟີກ Javad Mottaghi, ທ່ານເລຂາທິການໃຫຍ່ສູນຂໍ້ມູນຂ່າວສານສື່ມວນຊົນ ແລະ ສື່ສານ ອາຊີ (AMIC) Martin Hadlow ພ້ອມກັບເຈົ້າໜ້າທີ່ບັນດາອົງການ ແລະ ບັນດາວິທະຍຸກະຈາຍສຽງໃນພາກພື້ນ ແລະ ໃນໂລກ. ນີ້ແມ່ນຄັ້ງທຳອິດທີ່ວິທະຍຸກະຈາຍສຽງ ຫວຽດນາມ ສົມທົບກັບສະຫະສະມາຄົມກະຈາຍສຽງ - ໂທລະພາບ ອາຊີ - ປາຊີຟີກ ເປັນເຈົ້າພາບຈັດຕັ້ງເຫດການກະຈາຍສຽງສາກົນໜຶ່ງດຽວໃນພາກພື້ນນີ້. ກ່າວປາໄສໄຂກອງປະຊຸມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຊີ້ແຈ້ງວ່າ:
“ໃນຍຸກປະຈຸບັນ, ການພັດທະນາຢ່າງແຮງຂອງວິທະຍາສາດ, ເຕັກໂນໂລຢີ, ໃນນັ້ນມີເຕັກໂນໂລຢີ ດີຈີຕອນ ແລະ ການພັດທະນາຢ່າງແຮງຂອງສື່ສານສັງຄົມ, ອັນໄດ້ສ້າງເງື່ອນໄຂໃຫ້ມະຫາຊົນໄດ້ສຳພັດກັບຂໍ້ມູນຂ່າວຫຼາຍກວ່າ, ຫຼາຍຮູບຫຼາຍແບບກວ່າ. ແລະ ພວມເຮັດໃຫ້ສື່ສານໃນທົ່ວໂລກ ກໍ່ຄືໃນແຕ່ລະປະເທດຕ້ອງມີການປ່ຽນແປງຢ່າງວ່ອງໄວ. ນີ້ແມ່ນກາລະໂອກາດທີ່ສະດວກໃຫ້ແກ່ການພັດທະນາຂອງທຸກຮູບການສື່ມວນຊົນ - ບັນດາວິທະຍຸກະຈາຍສຽງ, ໂທລະພາບ, ທັງແມ່ນການທ້າທາຍໂດຍກົງ ແລະ ນັບມື້ນັບໃຫຍ່ຫຼວງ ອັນໄດ້ຮຽກຮ້ອງໃຫ້ຂະແໜງກະຈາຍສຽງຕ້ອງມີຄວາມຂະຫຍັນຂັນເຂື່ອນ, ມີຫົວຄິດປະດິດສ້າງ ແລະ ມີການຮ່ວມມືຢ່າງມີປະສິດທິຜົນກວ່າ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການນັບມື້ນັບສູງຂອງທົ່ວສັງຄົມ“.
ກອງປະຊຸມວິທະຍຸກະຈາຍສຽງອາຊີ 2013 ດຶງດູດການເຂົ້າຮ່ວມຂອງຜູ້ແທນປະມານ 500 ທ່ານ, ເຊິ່ງແມ່ນການນຳບັນດາອົງການສື່ສານ, ບັນດາຜູ້ຊ່ຽວຊານ, ນັກວາງແຜນນະໂຍບາຍ, ນັກຄົ້ນຄ້ວາສື່ສານໃນພາກພື້ນ ແລະ ຢູ່ໃນໂລກ. ກ່າວຄວາມເຫັນຊົມເຊີຍກອງປະຊຸມ, ທ່ານ ຫງວຽນດັງຕ໋ຽນ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ, ເນັ້ນໜັກວ່າ:
“ດ້ວຍຫົວເລື່ອງ “ວິທະຍຸກະຈາຍສຽງ ແລະ ສື່ສານສັງຄົມ: ທ່າອ່ຽງພັດທະນາໃນອະນາຄົດ“ ກອງປະຊຸມຄັ້ງນີ້ແມ່ນເວທີປາໄສ ເພື່ອໃຫ້ບັນດາຜູ້ແທນແບ່ງປັນທັດສະນະ ແລະ ແລກປ່ຽນບົດຮຽນກ່ຽວກັບບັນຫາຕ່າງໆໃນຂົງເຂດກະຈາຍສຽງ, ພິເສດແມ່ນຍົກອອກບັນດາທິດທາງ, ທ່າອ່ຽງພັດທະນາທີ່ທັນສະໄໝຂອງວິທະຍຸກະຈາຍສຽງໃນການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການພັດທະນາຂອງສື່ສານສັງຄົມ“
ກອງປະຊຸມກະຈາຍສຽງອາຊີ 2013 ດ້ວຍຫົວຂໍ້ວ່າ: “ກະຈາຍສຽງ ແລະ ສື່ສານສັງຄົມ: ທ່າອ່ຽງພັດທະນາໃນອະນາຄົດ”, ໄດ້ເຕື້ອງເຖິງຫຼາຍບັນຫາຮ້ອນເຮັ່ງໃນປະຈຸບັນ ເມື່ອບັນດາອົງການສື່ມວນຊົນ, ກະຈາຍສຽງ, ໂທລະພາບພວມປະເຊີນໜ້າກັບບັນດາການທ້າທາຍທີ່ວາງອອກຕໍ່ໜ້າການ ພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການຂະຫຍາຍຂອງສື່ສານສັງຄົມ. ພາຍຫຼັງພິທີໄຂ, ກອງປະຊຸມສືບຕໍ່ຈັດວາລະປະຊຸມທຳອິດກ່ຽວກັບ “ວິທະຍຸກະຈາຍສຽງບົນເສັ້ນທາງພັດທະນາ: ເຊື່ອມໂຍງເຂົ້າກັບສັງກະລາດໃໝ່”
ກ່ອນຈັດຕັ້ງກອງປະຊຸມວິທະຍຸກະຈາຍສຽງອາຊີ, ຕອນເຊົ້າວັນທີ 29/7, ຢູ່ສຳນັກງານວິທະຍຸກະຈາຍສຽງຫວຽດນາມ ໄດ້ດຳເນີນກອງປະຊຸມສຳມະນາ “ການສື່ສານສັງຄົມ, ສື່ສານທາງອຸປະກອນເຄື່ອນທີ່ ແລະ ການຈັດລາຍການກະຈາຍສຽງໃໝ່“. ກ່າວຄວາມເຫັນຢູ່ທີ່ນີ້, ຜູ້ອຳນວຍການຝ່າຍບໍລິຫານ ສະຖາບັນບຳລຸງສ້າງ ແລະ ສື່ສານ Arhen ຂອງອົດສະຕາລີ, ທ່ານ Steve Arhen ຍົກອອກບັນດາຂໍ້ສະເໜີແນະສຳລັບວິທະຍຸແຫ່ງຊາດ ເມື່ອໝູນໃຊ້ເຄືອຂ່າຍສັງຄົມ.
“ເຄືອຂ່າຍອິນເຕີແນດສັງຄົມໃນປະຈຸບັນມີກຳລັງແຮງຢ່າງໃຫຍ່ຫຼວງ ແລະ ບັນດາພາຫະນະສື່ສານລ້ວນແຕ່ຕ້ອງການໝູນໃຊ້ ເພື່ອດຶງດູດຜູ້ເຂົ້າຮ່ວມ. ແຕ່ຕ້ອງຮັບຮູ້ໄດ້ບັນດາໄພທີ່ອາດຈະເກີດຂຶ້ນເມື່ອໝູນໃຊ້ເຄືອຂ່າຍສັງຄົມນີ້. ຍ້ອນເຫດນັ້ນ, ເມື່ອວິທະຍຸກະຈາຍສຽງແຫ່ງຊາດນຳໝູນໃຊ້ເຄືອຂ່າຍສັງຄົມ, ແມ່ນຕ້ອງຮູ້ວິທີປົກປ້ອງເຄື່ອງໝາຍຂອງຕົນ, ຕາມນັ້ນແລ້ວຕ້ອງມີຂັ້ນຕອນຄວບຄູມຂໍ້ມູນຂ່າວຢ່າງແໜ້ນແຟ້ນ“.
ແລະກໍ່ໃນຕອນເຊົ້າວັນທີ 29/7, ກໍ່ໄດ້ດຳເນີນກອງປະຊຸມສຳມະນາສາກົນ “ກະຈາຍສຽງດີຈີຕອນ ແລະ ເຕັກໂນໂລຢີ DAB+“ຢູ່ທີ່ນີ້ບັນດາຜູ້ແທນສາກົນໄດ້ຕີລາຄາສູງຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການພັດທະນາກະຈາຍສຽງທີ່ນຳໃຊ້ເຕັກ ໂນໂລຢີ DAB+.
ໝາກຜົນຂອງກອງປະຊຸມສຳມະນາຄັ້ງນີ້ ຈະປະກອບສ່ວນສຳຄັນເຂົ້າໃນແຜນການຄົ້ນຄ້ວາ ເພື່ອສ້າງວິວັດແຫ່ງການພັດທະນາກະຈາຍສຽງດີຈີຕອນ ຂອງວິທະຍຸກະຈາຍສຽງຫວຽດນາມ ເຖິງປີ 2020.