ໄຂກອງປະຊຸມສຸດຍອດ EU

ໄຂກອງປະຊຸມສຸດຍອດ EU - ảnh 1

ໄຂ​ກອງ​ປະຊຸມ​ສຸດ​ຍອດ EU ຢູ່​ບຣຸກ​ແຊນ

(ພາບ:vietgiaitri.com)

(TTXVN)- ວັນ​ທີ 18/10, ກອງ​ປະຊຸມ​ສຸດ​ຍອດ​ປະຈຳ​ປີ​ລະດູ​ໃບ​​ໄມ້ຫຼົ່ນຂອງ​ສະຫະພາບ​ເອີ​ລົບ (EU) ​ໄດ້​ໄຂ​ຂຶໜຢູ່​ນະຄອນຫຼວງ​ບຣຸກ​ແຊນ ປະ​ເທດ​ແບນ​ຊິກ. ກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ແລກປ່ຽນ​ຄຳ​ເຫັນເພື່ອ​ຍົກ​ອອກ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ອະນາຄົດ​ຂອງ​ພາກ​ພື້ນ​ໃຊ້​ສະກຸນ​ເງິນ​ເອີ​ໂຣລວມ (Eurozone) ​ແລະ ສຸມ​ໃສ່​ປຶກສາ​ຫາລື​ກ່ຽວກັບສຳພັນ​ທະ​ພາບ​ເສດຖະກິດ ​ແລະ ​ເງິນຕາ (EMU), ຮັບຮອງ​ເອົາ​ບົດ​ລາຍ​ງານ​ຂອງ​ປະທານ​ສະພາ​ເອີ​ລົບ Van Rompuy. ນີ້​ກໍ່​ຖືກ​ຖື​ວ່າ​ແມ່ນ​ບາດກ້າວ​ກະ​ກຽມສຳຄັນ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ EU ຊື່​ງຈະ​ດຳ​ເນີນ​ໄປ​ໃນ​ເດືອນ 12/2012 ຈະ​ມາ​ເຖິງ. ນອກຈາກ​ນັ້ນ​ແລ້ວ, ບັນດາ​ການ​ນຳ EU ຍັງ​ໄດ້​ເຕື້ອງ​ເຖິງ​ຂອບ​ຂະໜາດ​ຂອງ​ກົນ​ໄກ​ຮັກສາ​ເອີ​ລົບ​ເປັນ​ປົກກະຕິ ດ້ວຍ​ການ​ສະໜອງ​ທຶນ​​​ໃຫ້ບັນດາ​ທະນາຄານ​ອ່ອນ​ແອ​ໃນ​ພາກ​ພື້ນຄືນ​ໃໝ່. ​ແລະ ກໍ່​ໃນ​ກອງ​ປະຊຸມ​ຄັ້ງນີ້, ບັນດາ​ການ​ນຳ EU ຈະ​​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບຄວາມ​ສາມາດ​ຈະ​ມີ​ບັນດາ​ກົນ​ໄກ​ພິ​ເສດ​ຕື່ມ​ອີກ​ໃຫ້​ແກ່ Eurozone, ຄື​ດັ່ງ​ງົບປະມານ​ພິ​ເສດ​ໃຫ້​ແກ່​ກຸ່ມ​ນີ້, ສ້າງ​ຄັງ​ເງິນ, ​ເພີ່ມ​ທະວີ​ການ​ລວມສູນໃນ​ບັນດາ​ຂົງ​ເຂດ​ງົບປະມານ, ສິດ​ບໍລິຫານ​ເສດຖະກິດ ​ແລະ ກອງ​ທຶນ​ຊື້​ໜີ້​ສິນ​ຄືນ

ຂ່າວ/ບົດ​ອື່ນ