(vovworld) – ກອງປະຊຸມສຸດຍອດດຳເນີນທຸລະກິດ ອາຊຽນ - ອີຢູ ຄັ້ງທີ 3 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 9/3 ຢູ່ຮ່າໂນ້ຍ. ເຫດການນີ້ນອນໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 19 ແລະ ກອງປະຊຸມທາບທາມຄວາມເຫັນລັດຖະມົນຕີເສດຖະກິດ ອາຊຽນ - ຂ້າຫຼວງໃຫຍ່ການຄ້າ ອີຢູ ຄັ້ງທີ 12. ເຂົ້າຮ່ວມກອງປະຊຸມມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ, ຂ້າຫຼວງໃຫຍ່ການຄ້າ ອີຢູ Karel de Gucht, ເລຂາທິການໃຫຍ່ ອາຊຽນ ເລເລືອງມິນ, ບັນດາລັດຖະມົນຕີ, ເອກອັກຄະລັດຖະທູດປະເທດຕ່າງໆ ແລະ ວິສາຫະກິດໃຫຍ່ປະມານ 700 ແຫ່ງທີ່ມາຈາກສະຫະພາບ ເອີລົບ ແລະ ພາກພື້ນ ອາຊີຕາເວັນອອກສຽງໃຕ້.
ກອງປະຊຸມແມ່ນໂອກາດເພື່ອໃຫ້ວິສາຫະກິດ ອາຊຽນ ແລະ ສະຫະພາບ ເອີລົບ (ຫຼື ອີຢູ) ເພີ່ມທະວີການຮ່ວມມື, ເຊື່ອມຕໍ່, ແລກປ່ຽນໂດຍກົງ, ສະແດງທັດສະນະ ກໍ່ຄືບັນດາຄວາມຫວັງ, ຂໍ້ສະເໜີແນະຂອງຕົນ ຕໍບັນດາອົງການຄຸ້ມຄອງຂອງ ອາຊຽນ ແລະ ອີຢູ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ເນັ້ນໜັກວ່າ:
“ການສ້າງປະຊາຄົມ ອາຊຽນ, ໃນນັ້ນ ປະຊາຄົມເສດຖະກິດແມ່ນເສົາຄ້ຳ ແມ່ນຈຸດໝາຍໃຫຍ່ທີ່ສຸດຂອງ ອາຊຽນ ໃນປະຈຸບັນ ແລະ ກໍ່ແມ່ນຂົງເຂດເຊິ່ງ ອາຊຽນ ບັນລຸໝາກຜົນຫຼາຍຢ່າງ ໄດ້ຮັບການຕີລາຄາຈາກປະຊາຄົມວິສາຫະກິດຢ່າງຕັ້ງໜ້າທີ່ສຸດ. ປະຊາຄົມເສດຖະກິດ ອາຊຽນ ຈະສ້າງສະພາບແວດລ້ອມ, ເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການໝູນວຽນຂອງແຫຼ່ງເງິນລົງທຶນ, ແລກປ່ຽນການຄ້າ, ສ້າງກາລະໂອກາດໃຫ້ບັນດາວິສາຫະກິດເປີດກ້ວາງການດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ພົນລະເມືອງ ອາຊຽນ ກ່ວາ 600 ລ້ານຄົນ”
ຜູ້ແທນເຂົ້າຮ່ວມກອງປະຊຸມ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢືນຢັນວ່າ: ໃນ 18 ປີຜ່ານມາ, ຍາມໃດ ຫວຽດນາມ ກໍ່ແມ່ນສະມາຊິກ ຕັ້ງໜ້າຂອງ ອາຊຽນ. ເປັນເຈົ້າການ ແລະ ເຄື່ອນໄຫວຢ່າງມີຄວາມຮັບຜິດຊອບເພື່ອປະກອບສ່ວນສ້າງກຸ່ມ ອາຊຽນ ເຊື່ອມຕໍຢ່າງແຮງ, ເປັນເອກະພາບເພື່ອການພັດທະນາແບບວັດທະນາຖາວອນ ແລະ ຮ່ວມມືລວມໃນພາກພື້ນ. ຍາມໃດ ຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາຢ່າງຄົບຖ້ວນ ແລະ ເຄື່ອນໄຫວ ຢ່າງຕັ້ງໜ້າ, ມຸ້ງໄປເຖິງຈຸດໝາຍສ້າງປະຊາຄົມເສດຖະກິດ ອາຊຽນ ໃນປີ 2015. ໃນປີ 2013, ຫວຽດນາມ ພ້ອມກັບບັນດາປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມືສູ້ຊົນເພື່ອປະຊາຄົມ ອາຊຽນ “ສາມັກຄີ ແລະ ວັດທະນາຖາວອນ”, ດ້ວຍຫົວຂໍ້ “ປະຊາຊົນ - ໃນອະນາຄົດຂອງພວກເຮົາຮຽງບາຮຽງໄຫຼ່”. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ກ່າວຕໍ່ໄປວ່າ:
“ດ້ວຍບົດບາດແມ່ນປະເທດປະສານງານການພົວພັນຮ່ວມມືເສດຖະກິດ ອາຊຽນ - ອີຢູ, ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນຊຸກຍູ້ການພົວພັນຮ່ວມມືດ້ານການຄ້າ - ການລົງທຶນລະຫວ່າງ 2 ພາກພື້ນນັບມື້ນັບກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ກ້າວຂຶ້ນສູ່ລະດັບສູງໃໝ່. ໃນຕົວຈິງແລ້ວ, ຫວຽດນາມ ພວມຄ່ອຍໆກາຍເປັນປະຕູທີ່ສຳຄັນເພື່ອໃຫ້ບັນດານັກລົງທຶນ ດຳເນີນທຸລະກິດສາກົນ ສຳພັດການຕະຫຼາດ, ເປີດກ້ວາງການລົງທຶນຢູ່ ອາຊຽນ ກໍ່ຄືຕະຫຼາດບັນດາເຂດການຄ້າເສລີລະຫວ່າງ ອາຊຽນ ກັບ ບັນດາຄູ່ຮ່ວມມື. ພວກຂ້າພະເຈົ້າຊົມເຊີຍ ແລະ ສົ່ງເສີມ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການເຂົ້າຮ່ວມຂອງປະຊາຄົມວິສາຫະກິດ ເຂົ້າໃນຄວາມມານະພະຍາຍາມລວມຂອງ ອາຊຽນ ແລະ ອີຢູ ໃນການເພີ່ມທະວີການພົວພັນລະຫວ່າງ 2 ກຸ່ມໃຫ້ດີຍິ່ງກ່ວາອີກ.”