ໄຂກອງປະຊຸມສຸດຍອດນັກທຸລະກິດທົ່ວໂລກ

(VOVWORLD) -ກອງປະຊຸມສຸດຍອດນັກທຸລະກິດທົ່ວໂລກ ຖືກດຳເນີນຢູ່ Hyderabad, ປະເທດອິນເດຍ ໃນລະຫວ່າງວັນທີ 28 – 30 ພະຈິກ ດ້ວຍຄວາມຫວັງຊຸກຍູ້ຈິດໃຈດຳເນີນທຸລະກິດ, ການພັດທະນາຂອງປະຊາຄົມເລີ່ມທຸລະກິດ ແລະ ໜູນຊ່ວຍການສ້າງບັນດາສາຍຮ່ວມສຳພັນ ເປີດຊ່ອງທາງໃຫ້ຂົງເຂດລົງທຶນ.

ກອງປະຊຸມສຸດຍອດນັກທຸລະກິດທົ່ວໂລກ ເປັນຄັ້ງທຳອິດໄດ້ຮັບການຈັດຕັ້ງຢູ່ອິນເດຍ ຈະມີນັກທຸລະກິດຍິງກວ່າ 52,5% ເຂົ້າຮ່ວມ. ດ້ວຍຫົວຂໍ້ວ່າ “ແມ່ຍິງ ເໜືອກວ່າໃຜໝົດ, ຄວາມວັດທະນາຖາວອນທຸກຢ່າງ” ໄດ້ດຶງດູດບັນດານັກທຸລະກິດໃນທົ່ວໂລກເຂົ້າຮ່ວມ. ພິເສດ, ມີກວ່າ 10 ປະເທດລວມມີ: ອາບການິດສະຖານ, ຊະອຸດີ ອາຣາເບຍ ແລະ ອິດສະຣາແອນ ມີຜູ້ຕາງໜ້າແມ່ນແມ່ຍິງເຂົ້າຮ່ວມ. ເຫດການດັ່ງກ່າວໄດ້ຮັບຖືວ່າແມ່ນພື້ນຖານໃຫ້ແກ່ການເຊື່ອມຕໍ່, ສ້າງບັນດາສາຍຮ່ວມສຳພັນ ແລະ ປັບປຸງຂົງເຂດເລີ່ມທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ