ໄຂກອງປະຊຸມເຈົ້າຫນ້າທີ່ຂັ້ນສູງ ASEM

ໄຂກອງປະຊຸມເຈົ້າຫນ້າທີ່ຂັ້ນສູງ ASEM  - ảnh 1
ກອງ​ປະຊຸມ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ ASEM
ພາບ:TTXVN


(vovworld) - ກອງ​ປະຊຸມ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ ASEM (ASEM SOM) ຖືກ​ໄຂ​ຂຶ້ນ​​ໃນ​ວັນ​ທີ 2/11 ຢູ່ ສູນ​ກອງ​ປະຊຸມ​ແຫ່ງ​ຊາດ​ທີ່​ນະຄອນຫລວງ ວຽງ​ຈັນ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານບຸນ​ເກີດ ສັງ​ສົມ​ສັກ, ຮອງລັດຖະມົນຕີ​ການ​ຕ່າງປະ​ເທດ ລາວ, ຫົວຫນ້າ​ຄະນະ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ ASEM ຂອງ​ລາວ. ບັນດາ​ຫົວຫນ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ASEM ​ພ້ອມ​ກັບ​ຜູ້ຕາງຫນ້າ​ຂອງ 52 ສະມາຊິກ ASEM ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ. ກອງປະຊຸມ ASEM SOM ຄັ້ງ​ນີ້ ​ເພື່ອ​ກະກຽມ​​ໃຫ​້​ແກ່​ກອງ​ປະຊຸມ​ຂັ້ນ​ສູງ ອາຊີ ​ເອີ​ລົບ ຄັ້ງທີ 9 ຈະ​ດຳ​ເນີນ​ໃນ​ວັນ​ທີ 5 - 6/11 ຢູ່ ນະຄອນຫລວງ​ວຽງ​ຈັນ. ບັນດາ​ຜູ້​ແທນ​​ໄດ້ສຸມ​ໃສ່​ປຶກສາ​ຫາລື​ເນື້ອ​​ໃນ​ຂອງ​ເອກະສານ​ສຳຄັນ​ສອງ​ສະບັບ​ຂອງ ASEM 9 ນັ້ນ​ແມ່ນ​ ​ຮ່າງ​ຖະ​ແຫລ​ງການ ວຽງ​ຈັນ ກ່ຽວ​ກັບ​ການ​ຮັດ​ແຫນ້ນ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ເພື່ອ​ສັນຕິພາບ ​ແລະ ການ​ພັດທະນາ, ຮ່າງ​ຖະ​ແຫລ​ງການ​ຂອງ​ປະທານ ASEM 9 ກໍ​ຄື​ບັນດາ​ບັນຫາ​ກ່ຽວຂ້ອງ​ອື່ນ.

 

 

ຂ່າວ/ບົດ​ອື່ນ