ໄຂກອງປະຊຸມເຈົ້າໜ້າທີ່ຂັ້ນສູງບັນດາປະເທດອາຊີ-ອາບຟຣີກາ
ບັນດາເຈົ້າໜ້າທີ່ເຂົ້າຮ່ວມກອງປະຊຸມ
(ພາບ: chinanews.com)
|
(vovworld) – ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ (SOM) ບັນດາປະເທດ ອາຊີ - ອາບຟຣີກາ ໄດ້ຖືກໄຂຂຶ້ນໃນວັນທີ 19/4, ຢູ່ນະຄອນຫຼວງ ຈາກາກຕາ, ປະເທດ ອິນໂດເນເຊຍ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ອິນໂດເນເຊຍ Retno Marsudi ຢັ້ງຢືນເລື່ອງເປີດກ້ວາງການຮ່ວມມື ໃຕ້ - ໃຕ້, ດ້ວຍວິທີເຊິ່ງລວມມີ: ທັງບັນດາຄູ່ຮ່ວມມືພັດທະນາ, ຈະຊ່ວຍບັນລຸໝາກຜົນຫຼາຍກ່ວາໃນການປະຕິບັດບັນດາຈຸດໝາຍຂອງຂອບເຂດຮ່ວມມືລະຫວ່າງພາກພື້ນ. ທ່ານ Retno Marsudi ເນັ້ນໜັກວ່າ: 2 ທະວີບ ອາຊີ ແລະ ອາບຟຣີກາ ຈະບໍ່ຢຸດຢູ່ໃນຂອບເຂດການຮ່ວມມື ໃຕ້ - ໃຕ້ ເທົ່ານັ້ນ ແລະ ເລື່ອງເຊື້ອເຊີນບັນດາຄູ່ຮ່ວມມືພັດທະນາເຂົ້າຮ່ວມກອງປະຊຸມເພື່ອແນໃສ່ເປີດກ້ວາງ, ຫັນເປັນການຮ່ວມມື 3 ຝ່າຍ ໃຕ້ - ໃຕ້ (SSTC). ທ່ານລັດຖະມົນຕີ Marsudi ຢັ້ງຢືນວ່າ: ການຮ່ວມມື 3 ຝ່າຍ ໃຕ້ - ໃຕ້ ຈະບໍ່ພຽງແຕ່ຮັດແຄບຊ່ອງຫວ່າງພັດທະນາລະຫວ່າງບັນດາປະເທດເທົ່ານັ້ນ, ຫາກຍັງສຳຄັນກ່ວາອີກແມ່ນມັນຈະປະກອບສ່ວນສືບຕໍ່ສ້າງສັນຕິພາບ ແລະ ຄວາມວັດທະນາຖາວອນໃນໂລກອີກດ້ວຍ.