ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມນັກທຸລະກິດໜຸ່ມຫວຽດນາມ
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 30/08, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມນັກທຸລະກິດໜຸ່ມຫວຽດນາມ ຄັ້ງທີ 5 ອາຍຸການ 2014 – 2017 ດ້ວຍຫົວຂໍ້ “ນຳໜ້າປ່ຽນໃໝ່ - ເຊື່ອມໂຍງຢ່າງໝັ້ນຂົງເຂັ້ມແຂງ” ຖືກດຳເນີນຢູ່ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງຜູ້ແທນເຊິ່ງເປັນນັກທຸລິກິດໜຸ່ມກວ່າ 1.000 ຄົນທີ່ມາຈາກບັນດາແຂວງ, ນະຄອນໃນທົ່ວປະເທດ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຫງວຽນຟີລອງ, ເລຂາສູນກາງຄະນະຊາວໜຸ່ມ, ຮອງປະທານຜູ້ປະຈຳການພັນຊາວໜຸ່ມຫວຽດນາມ ໃຫ້ຮູ້ວ່າ.
“ໃນໄລຍະ 21 ປີຜ່ານມາ, ສະມາຄົມໄດ້ປະຕິບັດບົດບາດ, ໜ້າທີ່ຂອງຕົນເປັນຢ່າງດີ ນັ້ນແມ່ນເຕົ້າໂຮມບັນດານັກທຸລະກິດໜຸ່ມຫວຽດນາມ ເພື່ອສ້າງເປັນກຸ່ມກ້ອນສາມັກຄີໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ສະມາຄົມ ໄດ້ເສີມຂະຫຍາຍຈິດໃຈນຳໜ້າຂອງບັນດານັກທຸລະກິດໜຸ່ມໃນໄລຍະໃໝ່ ປະກອບສ່ວນສ້າງສາ ແລະ ປົກປັກຮັກສາປະເທດຊາດ. ພິເສດຜ່ານການເຄື່ອນໄຫວຂອງສະມາຄົມ, ພວກເຮົາໄດ້ໂຄສະນາໃຫ້ລຸ້ນໜຸ່ມບັນດາບົດຮຽນ, ປະສົບການໃນການກໍ່ຮ່າງສ້າງຕົວ ແລະ ໜູນຊ່ວຍວຽກເຮັດງານທຳໃຫ້ພວກເພື່ອນໜຸ່ມໃນທົ່ວປະເທດ”.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມນັກທຸລະກິດໜຸ່ມຫວຽດນາມ ຄັ້ງນີ້ໄດ້ຕີລາຄາ, ສະຫຼຸບວຽກງານຂອງສະມາຄົມ, ຂະບວນການນັກທຸລະກິດໜຸ່ງອາຍຸການ 2011 – 2014 ແລະ ສ້າງຈຸດໝາຍ, ທິດທາງເຄື່ອນໄຫວ, ປະຕິບັດໜ້າທີ່ໃນອາຍຸການໃໝ່ 2014 – 2017. ບັນດາຜູ້ແທນໄດ້ປຶກສາຫາລື ສະເໜີຄຳເຫັນຕໍ່ພັກ, ລັດ ກ່ຽວກັບກົນໄກ, ນະໂຍບາຍສ້າງເງື່ອນໄຂສະດວກໃຫ້ການພັດທະນາກຳລັງນັກທຸລະກິດໜຸ່ມໃນການຜະລິດ ດຳເນີນທຸລະກິດ, ປະກອບສ່ວນເຂົ້າໃນການພັດທະນາພື້ນຖານເສດຖະກິດ, ແກ້ໄຂບັນດາບັນຫາຮັບປະກັນຊີວິດສັງຄົມ.