ໄຂການສຳມະນາຍົກສູງຄວາມສາມາດ ຂອງແມ່ຍິງທີ່ເປັນສະມາຊິກ ສະພາແຫ່ງຊາດ

ໄຂການສຳມະນາຍົກສູງຄວາມສາມາດ ຂອງແມ່ຍິງທີ່ເປັນສະມາຊິກ ສະພາແຫ່ງຊາດ - ảnh 1
( ພາບປະກອບ )

( vovworld ) –   ວັນ​ທີ 4/5, ຢູ່​ນະຄອນ Quy Nhon, ​ແຂວງ Binh Dinh, ຄະນະ​ກຳມາທິການ​ກ່ຽວ​ກັບ​ບັນ​ດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ ສົມທົບ​ກັບ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ແຂວງ Binh Dinh ​​ເປີດ​ການ​ສຳ​ມະ​ນາຍົກ​ສູງ​ຄວາມ​ສາມາດ​ຂອງ​​ແມ່ຍິງ​ທີ່​ເປັນສະມາຊິກ​ສະພາ​ແຫ່ງ​ຊາດກ່ຽວ​ກັບ​ການ​​ໄຈ​້​ແຍກ​ນະ​ໂຍບາຍ ​ແລະ ສະ​ເໜີ​ຄຳ​ຄິ​ດ​ເຫັນ, ​ໃຫ້​ແກ່​ສະມາຊິກ​ສະພາ​ແຫ່ງ​ຊາດ 50 ທ່ານ ທີ່​ມາ​ຈາກ​ບັນດາ​ແຂວງ​ທາງ​ພາກ​ກາງ ​ແລະ ​ເຂດ Tay Nguyen. ກອງ​ປະຊຸ​ມນີ້ ​ແມ່ນ​ເພື່ອ​ແນ​ໃສ່​ສະ​ໜອງ​ຂໍ້​ມູນ​ຂ່າວສານ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ດ້ານ​ກົດໝາຍ​ໃນ​ບາງ​ຂົງ​ເຂດ​ຄື; ​ເສດຖະກິດ, ການ​ເງິນ, ສັງຄົມ ​ແລະ ບົດຮຽນ​ໃນ​ພຶດຕິ​ກຳ​ຕົວ​ຈິງ, ຍົກ​ສູງ​ລະດັບ​ຄວາມ​ຮູ້, ​ເຕັກນິກ​ກ່ຽວ​ກັບ​ການ​ໄຈ້​ແຍກ​ນະ​ໂຍບາຍ ​ແລະ ບັນ​ລະ​ຍາຍ​ຄຳ​ຄິດ​ຄຳ​ເຫັນ​ຢູ່​ທີ່​ບັນດາ​ກອງ​ປະຊຸມສະພາ​ແຫ່ງ​ຊາດ. ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງທີ່​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ຜູ້​ແທນ​ສະພາ​ປະຊາຊົນ​ໃນ​ການວາງ​ແຜນ​ກຳນົດ​ນະ​ໂຍບາຍ. ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ແມ່​ຍິງທີ່ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ ​ເພື່ອ​ຊ່ວຍ​ເຫຼືອ​ບັນດາ​ທ່ານ​ນາງ​ປະຕິບັດ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດ​ທິຜົນ​ກວ່າ​ໃນ​ການ​ຕົກລົງບັນດາ​ບັນຫາ​ສຳຄັນ​ທີ່​ກ່ຽວ​ຂ້ອງ​ເຖິງ​ປະ​ເທດ​ຊາດ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນໃນ​ຖານະ​ບົດບາດ, ຕຳ​ແໜ່​ງ ​ແລະ ໜ້າ​ທີ່​ຂອງ​ຕົນ.

ຂ່າວ/ບົດ​ອື່ນ