ໄຂການເຈລະຈາສັນຍາຄູ່ຮ່ວມມືເຂດປາຊີຝິກ
(ພາບປະກອບ)
(vovworld) – ທ່ານເລືອງຮວ່າງທ໋າຍ, ຫົວໜ້າກົມນະໂຍບາຍການຄ້າຫຼາຍຝ່າຍ, ກະຊວງອຸດສາຫະກຳການຄ້າໃຫ້ຮູ້ວ່າ, ວາລະເຈລະຈາດ້ານເຕັກນິກໃນຂອບເຂດການເຈລະຈາສັນຍາຄູ່ຮ່ວມມືເຂດປາຊີຝິກ (TPP) ຖືກໄຂຂຶ້ນໃນວັນທີ 12/05, ຢູ່ນະຄອນໂຮ່ຈິມິນ. ເຂົ້າຮ່ວມກອງປະຊຸມມີຫົວໜ້າຄະນະເຈລະຈາ 12 ທ່ານທີ່ມາຈາກບັນດາປະເທດເຂົ້າຮ່ວມສັນຍາ, ໄດ້ແບ່ງອອກເປັນຫຼາຍໜ່ວຍເຈລະຈາສະເພາະ, ຄາດວ່າຈະແກ່ຍາວແຕ່ນີ້ຮອດທ້າຍສັບປະດາ. ບັນດາໜ່ວຍເຈລະຈາຈະສຸມໃສ່ເຂົ້າໃນການເປີດປະຕູຕະຫຼາດສິນຄ້າ, ການບໍລິການ ກໍ່ຄືບັນດາເນື້ອໃນຍັງຕິດຂັດເຊິ່ງບໍ່ທັນແກ້ໄຂໄດ້ໃນບັນດາວາລະເຈລະຈາຄັ້ງກ່ອນຄືບັນດາບັນຫາປອດການຄ້າ ເຊິ່ງລວມມີ ການລົງທຶນ, ສະພາບແວດລ້ອມ, ແຮງງານ, ຊັບສິນທາງປັນຍາ. ທ່ານ ເລືອງຮວ່າງທ໋າຍ ກໍ່ໃຫ້ຮູ້ວ່າ ໃນຂອບເຂດການເຈລະຈາ TPP, ນອກຈາກບັນດາເນື້ອໃນລວມແລ້ວ ບັນດາປະເທດຈະມີການເຈລະຈາ 2 ຝ່າຍນຳກັນອີກຄື: ຫວຽດນາມ - ອີຢູ, ຍີ່ປຸ່ນ - ອາເມລິກາ… ກ່ອນນັ້ນ, ກົມນະໂຍບາຍການຄ້າຫຼາຍຝ່າຍໃຫ້ຮູ້ວ່າຂ້າຫຼວງໃຫຍ່ການຄ້າອີຢູ ກໍ່ໄດ້ມາເຮັດວຽກກັບຫວຽດນາມ ເພື່ອຊຸກຍູ້ວິວັດການເຈລະຈາ ກໍ່ຄືຊຸກຍູ້ການຮ່ວມມືດ້ານການຄ້າ ແລະ 2 ຝ່າຍກໍ່ຕັດສິນໃຈຈະບັນລຸຂໍ້ຕົກລົງໂດຍໄວ. ວາລະປະຊຸມດ້ານເຕັກນິກຄັ້ງນີ້ ແມ່ນເພື່ອແນໃສ່ກະກຽມໃຫ້ວາລະປຶກສາຫາລືຂັ້ນລັດຖະມົນຕີຢ່າງເປັນທາງການ ເຊິ່ງຈະຈັດຂຶ້ນຢູ່ສິງກະໂປ ໃນລະຫວ່າງວັນທີ 19 – 20/05.