ໄຂການໂອ້ລົມສົນທະນາອາຊຽນ-ອິນເດຍຄັ້ງທີ7

ໄຂການໂອ້ລົມສົນທະນາອາຊຽນ-ອິນເດຍຄັ້ງທີ7 - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອິ​ນ​ເດຍ  Ani Wadhwa ກ່າວ​ຄຳ​ເຫັນ​ໄຂວາ​ລະ​ປະ​ຊຸມ
(ພາບ: Minh Lý-Đăng Chính/TTXVN)

(vovworld) – ດ້ວຍ​ຫົວ​ຂໍ້​ວ່າ “ອາ​ຊຽນ - ອິນ​ເດຍ: ກຳ​ນົດ​ໂຄງ​ການ​ດຳ​ເນີ​ນ​ງານຫຼັງ​ປີ2015”, ການ​ໂອ້​ລົມ​ສົນ​ທະ​ນາ​ດຳ​ເນີນ​ໄປ​ໃນ​ລະ​ຫວ່າງວ​ັນ​ທີ 11 – 12/3, ຢູ່ ນິວ​ເດ​ລີ, ເຊິ່ງ​ລວມ​ມີ​ຫຼາຍ​ວາ​ລະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເມືອງ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ເສດ​ຖະ​ກິດ ລະ​ຫວ່າງ ອາ​ຊຽນ - ອິນ​ເດຍ. ໃນ​ວັນ​ໄຂ, ບັນ​ດາ​ປະ​ເທດ​ປຶກ​ສາ​ຫາ​ລື 2 ຫົວ​ຂໍ້ “ສ້າງ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ ອິນ​ເດຍ ແລະ ອາ​ຊຽນ” ແລະ “​ທິດ​ທາງ​ໃນ​ອະ​ນາ​ຄົດ​ກ່ຽວ​ກັບ​ການ​ຮ່ວ​ມ​ມື​ຍຸດ​ທະ​ສາດ ອິນ​ເດຍ - ອາ​ຊ​ຽນ”. ກ່າວ​ຄຳ​ເຫັນ​ໄຂວາ​ລະ​ປະ​ຊຸມ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອິ​ນ​ເດຍ ຮ​ັບ​ຜິດ​ຊອບ​ກ່ຽວ​ກັບ​ທິດ​ຕາ​ເວັນ​ອອກ Ani Wadhwa ໃຫ້​ຮູ້​ວ່າ: ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ຂອບ​ຂະ​ໜາດ​ການ​ພົວ​ພັນ​ຮ່ວມ​ມື ອິນ​ເດຍ - ອາ​ຊຽນ ພັດ​ທະ​ນາ​ນັບ​ມື້​ນັບ​ແຂງ​ແຮງ. ຕາມ​ທ່ານ Ani Wadhwa ແລ​້ວ, ບັນ​ດາ​ສັນ​ຍາ​ກ່ຽວ​ກັບ​ຄວາມ​ເສ​ລີ​ດ້ານ​ການ​ຄ້າ​ໃນ​ການ​ບໍ​ລິ​ການ ແລະ ການ​ລົງ​ທຶນ​ທີ່​ຫາ​ກໍ່​ໄດ້​ລົງ​ນາມ​ໃນ​ປີ 2014 ແລະ ອາດ​ຈະ​ຜັນ​ຂະ​ຫຍາຍ​​ການປະ​ຕິ​ບັດ​ໃນ​ທ້າຍ​ປີນີ້​ຈະ​ແມ່ນ​ກຳ​ລັງ​ໜ​ູນ​ໃຫຍ່​ສຳ​ລັບ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ ອິນ​ເດຍ - ອາ​ຊຽນ. ການ​ສະ​ຖິ​ຕິ​ສະ​ແດງ​ໃຫ​້​ເຫັນ​ວ່າ: ວົງ​ເງິນ​ກາ​ນ​ຄ້າ​ລະ​ຫວ່າງ ອິນ​ເດຍ ແລະ ອາ​ຊຽນ ໃນ​ປີ 2013 – 2014 ບັນ​ລຸ​ເກືອບ 75 ຕື້ USD, ເພີ່ມ​ຂຶ້ນປະ​ມານ 22%/ປີ ໃນ​ 10 ປີ​ຜ່ານ​ມາ. ການ​ນຳ​ບັນ​ດາ​ປະ​ເທດ ອາ​ຊຽນ ແລະ ອິນ​ເດຍ ວາງ​​ຄາດ​ໝາຍ​ຍົກ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ຂຶ້ນ​ເຖິງ 100 ຕື້ USD ໃນ​ປີ 2015.


ຂ່າວ/ບົດ​ອື່ນ