( vovworld ) – ຕອນຄໍ່າວັນທີ 24/3, Festival ຊາວໜຸ່ມຊົນນະບົດນະຄອນຄັ້ງທີ 2 ໄດ້ໄຂຂື້ນຢູ່ຮ່າໂນ້ຍ. ຜູ້ຕາງໜ້າການນຳນະຄອນ ພ້ອມກັບສະມາຊິກຊ່າວໜຸ່ມທີ່ມາຈາກຄະນະຊາວໜຸ່ມເມືອງ ນະຄອນຮ່າໂນ້ຍ ເຂົ້າຮ່ວມເປັນຈຳນວນຫຼາຍ. ກ່າວຄຳເຫັນທີ່ພິທີ, ທ່ານ Tran Xuan Viet ຮອງປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ.
“ ຄະນະຊາວໜຸ່ມພັກກອມມູນິດໂຮ່ຈິມິນນະຄອນສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ໃນໄລຍະທີ່ຜ່ານມາ, ແນະນຳ, ຊ່ວຍເຫຼືອເປັນປະຈຳ, ສ້າງເງື່ອນໄຂສະດວກໃຫ້ແກ່ຊາວໜຸ່ມຊົນນະບົດກ່ຽວກັບການບຳລຸງວິຊາຊີບ, ຈັດຕັ້ງບັນດາຂະບວນການກໍ່ສ້າງຊົນນະບົດໃໝ່ເປັນຢ່າງດີ, ຖືກິດຈະການກໍ່ສ້າງຊົນນະບົດໃໝ່ທັງເປັນຈຸດໝາຍ ທັງເປັນຄວາມຮຽກຮ້ອງຕ້ອງການຂອງການພັດທະນາຢ່າງໝັ້ນຄົງ, ທັງເປັນໜ້າທີ່ອັນຮີບດ່ວນ ແລະ ແມ່ນແຜນນະໂຍບາຍຍຸດທະສາດທີ່ສຳຄັນໃນພາລະກິດສ້າງສານະຄອນໃຫ້ຮັ່ງມີ, ສວຍງານ, ສີວິໄລ ແລະ ທັນສະໄໝ”.