ໄຂງານຕະຫລາດນັດອຸດສາຫະກຳ, ການຄ້າສາກົນປີ 2019

(VOVWORLD) - ຕອນຄ່ຳວັນທີ 30 ພຶດສະພາ, ທີ່ນະຄອນ ດົ່ງເຫີ໊ຍ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ ກວາງບີ່ງ ໄດ້ຈັດຕັ້ງງານຕະຫລາດນັດອຸດສາຫະກຳ ແລະ ການຄ້າສາກົນ ກວາງບີງ ປີ 2019. 
ໄຂງານຕະຫລາດນັດອຸດສາຫະກຳ, ການຄ້າສາກົນປີ 2019 - ảnh 1 ພິທີໄຂງານຕະຫລາດນັດອຸດສາຫະກຳ, ການຄ້າສາກົນປີ 2019

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ຢ໋ວານທິທູຖູຍ, ຮອງຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເນັ້ນໜັກວ່າ: ງານຕະຫລາດນັດແມ່ນການເຄື່ອນໄຫວສຳຄັນຂຶ້ນກັບໂຄງການສົ່ງເສີມການຄ້າສາກົນປີ 2019; ແນໃສ່ຊຸກຍູ້ການແລກປ່ຽນການຄ້າ, ຊອກຫາກາລະໂອກາດຮ່ວມມືດຳເນີນທຸລະກິດ. ຊຸກຍູ້ການເຄື່ອນໄຫວຮ່ວມສຳພັນສົ່ງເສີມການຄ້າ, ການລົງທຶນລະຫວ່າງບັນດາປະເທດ ຫວຽດນາມ - ລາວ - ໄທ…

        ງານຕະຫລາດນັດອຸດສາຫະກຳ ແລະ ການຄ້າສາກົນ ກວາງບີ່ງ 2019 ດ້ວຍຂອບຂະໜາດຮ້ານວາງສະແດງບັນລຸມາດຕະຖານກ່ວາ 300 ຮ້ານ, ດຶງດູດການເຂົ້າຮ່ວມຂອງບັນດາວິສາຫະກິດທີ່ມາຈາກພາຍໃນປະເທດ ແລະ ຕ່າງປະເທດ. ບັນດາຮ້ານວາງສະແດງຂຶ້ນກັບຫລາຍຂົງເຂດ, ເປັນຫລາຍຮູບຫລາຍແບບ ແລະ ອຸດົມສົນບູນ ເຊິ່ງລວມມີບັນດາປະເພດສິນຄ້າກະສິກຳ, ເຄື່ອງປ່າຂອງດົງ, ສິນໃນນ້ຳ, ສະບຽງອາຫານປຸງແຕ່ງ, ເຄື່ອງຕ່ຳແຜ່ນຕັດຫຍິບ - ແຟຊັນ, ເຄື່ອງໄຟຟ້າ - ເອເລັກໂຕນິກ…ງານຕະຫລາດນັດອຸດສາຫະກຳ ແລະ ການຄ້າສາກົນ ກວາງບີ່ງ 2019 ຈະດຳເນີນໄປຈົນຮອດວັນທີ 05 ມິຖຸນາ 2019 ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ